ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ໄດ້ຊີ້ໃຫ້ເຫັນກ່ຽວກັບທີ່ຕັ້ງ, ບົດບາດຂອງເຂດທົ່ງພຽງແມ່ນ້ຳຂອງ. ໃນນັ້ນມີການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ການຜະລິດ, ປຸງແຕ່ງ, ສົ່ງອອກຜະລິດຕະພັນກະເສດ; ພັກ, ລັດ ໄດ້ເອົາໃຈໃສ່, ລົງທຶນຢູ່ເຂດທົ່ງພຽງແມ່ນ້ຳຂອງ ໃນການພັດທະນາໂຄງລ່າງຍຸດທະສາດ, ເປັນຕົ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ດ້ວຍໂຄງການທີ່ລະອຽດ...

ທ່ານນາຍົກລັດຖະມົນຕີ ໄດ້ໃຊ້ເວລາເຮັດແຈ້ງຄໍາຄິດເຫັນ ແລະຄໍາສະເໜີແນະຂອງຜູ້ມີສິດເລືອກຕັ້ງ. ກ່ຽວກັບບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາຍົກລັດຖະມົນຕີ ຖືວ່າ: ບັນຫາຂອງເຂດທົ່ງພຽງແມ່ນ້ຳຂອງ ບໍ່ພຽງແຕ່ແມ່ນດິນເຊາະເຈື່ອນເທົ່ານັ້ນ ຫາກຍັງນັບທັງດິນຫຼຸບ, ໄພແຫ້ງແລ້ງ, ນ້ຳຖ້ວມ. ປີຜ່ານມາ, ລັດຖະບານ ໄດ້ລົງທຶນກວ່າ 4.000 ຕື້ດົ່ງເພື່ອສະກັດກັ້ນ, ແກ້ໄຂດິນເຊາະເຈື່ອນ ແລະພວມສືບຕໍ່ຈັດແຈງ, ສະຫງວນແຫຼ່ງກຳລັງໃຫ້ໜ້າທີ່ດັ່ງກ່າວ.

ສໍາລັບຄຳສະເໜີຂອງຜູ້ມີສິດເລືອກຕັ້ງກ່ຽວກັບການເງິນ, ລັດຖະບານ ໄດ້ຊີ້ນຳທະນາຄານແຫ່ງລັດ ສະຫງວນບ້ວງເງິນສິນເຊື່ອ ແລະທຶນກູ້ຢືມພິເສດໃຫ້ແກ່ປະຊາຊົນ ແລະວິສາຫະກິດ, ໃນນັ້ນມີສິນເຊື່ອໃຫ້ກະສິກຳ; ຮຽກຮ້ອງໃຫ້ບັນດາທະນາຄານຊຸກຍູ້ການຜັນຂະຫຍາຍເພື່ອໃຫ້ບ້ວງເງິນສິນເຊື່ອໄດ້ເຂົ້າເຖິງປະຊາຊົນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ນະຄອນ ເກິ່ນເທີ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບນະໂຍບາຍຕໍ່ປະຊາຊົນຢູ່ເຂດສ່ຽງອາດຈະເກີດດິນເຈື່ອນສູງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ນະຄອນເກິ່ນເທີ ສົມທົບກັບບັນດາກະຊວງ, ຂະແໜງການ ໝູນໃຊ້ບັນດາໂຄງການ, ແຜນຮ່າງຢ່າງມີໄຫວພິບ, ນັບທັງໂຄງການລົບລ້າງເຮືອນຊຸດໂຊມ, ເຮືອນຊົ່ວຄາວ ເພື່ອຮັບປະກັນຄວາມປອດໄພ ແລະເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນເປັນປົກກະຕິ.

ທ່ານນາຍົກລັດຖະມົນຕີ ເຫັນດີກັບຄຳເຫັນຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບເລື່ອງຄວນຜັນຂະຫຍາຍການກໍ່ສ້າງສູນຮ່ວມສຳພັນ, ຜະລິດ, ປຸງແຕ່ງ ແລະຈໍາໜ່າຍຜະລິດຕະພັນກະເສດເຂດທົ່ງພຽງແມ່ນ້ຳຂອງ ຢູ່ນະຄອນເກິ່ນເທີ ເພື່ອຮັບໃຊ້ການພັດທະນາໃນທົ່ວເຂດ; ມອບໃຫ້ກະຊວງກະສິກຳ ແລະພັດທະນາຊົນນະບົດ ເລັ່ງໃສ່ໜ້າທີ່ດັ່ງກ່າວ.

ຕໍ່ກັບຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບການຊຸກຍູ້ເລື່ອງນໍາໃຊ້ກົນຈັກເຂົ້າໃນຂົງເຂດກະສິກຳ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ພວມຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະທັນສະໄໝ, ໃນນັ້ນມີກະສິກຳ. ພ້ອມກັບການນໍາໃຊ້ກົນຈັກເຂົ້າໃນຂົງເຂດກະສິກໍານັ້ນ, ຕ້ອງມີການວາງແຜນ ແລະສ້າງເຄື່ອງໝາຍການຄ້າໃຫ້ຜະລິດຕະພັນກະເສດ, ລະດົມການເຂົ້າຮ່ວມຂອງນັກວິທະຍາສາດ, ທະນາຄານ ແລະ ວິສາຫະກິດເຂົ້າໃນການພັດທະນາກະສິກຳ; ຊຸກຍູ້ການຮ່ວມສໍາພັນລະຫວ່າງປະຊາຊົນ, ສະຫະກອນ ແລະ ວິສາຫະກິດ; ພັດທະນາພື້ນຖານໂຄງລ່າງດີຈີຕອນ, ຄົມມະນາຄົມ, ຊົນລະປະທານ, ໄຟຟ້າ, ອຸດສາຫະກຳປຸງແຕ່ງ... ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງການເຂົ້າຮ່ວມຂອງທ້ອງຖິ່ນ, ພິເສດແມ່ນຄວາມມານະພະຍາຍາມຂອງປະຊາຊົນ.

ໂດຍ: ທູຈາງ