ທີ່ການຕ້ອນຮັບ, ທ່ານ ຫງວຽນຈ້ອງເຫງັຍ ສະແດງຄວາມຍິນດີຕ້ອນຮັບທ່ານ Mustapha El Ktiri ທີ່ມາຢ້ຽມຢາມຫວຽດນາມ; ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະມາຣົກ ຕື່ມອີກ. ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຫວນຄືນບັນດາເຫດການໃນການຢ້ຽມຢາມ ແລະເຮັດວຽກຢູ່ມາຣົກ ຂອງຄະນະຜູ້ແທນພັກກອມມູນິດຫວຽດນາມ ນຳໂດຍທ່ານ ຫງວຽນຈ້ອງເຫງັຍ ໃນລະຫວ່າງວັນທີ 29 ພຶດສະພາ – ວັນທີ 3 ມິຖຸນາ ປີ 2024, ໃນນັ້ນມີການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບປະທານ ໂຮ່ຈີມິນ ທີ່ສຳນັກງານຂ້າຫຼວງໃຫຍ່ທີ່ເຄີຍສູ້ຮົບ ແລະອະດີດສະມາຊິກກອງທັບປົດປ່ອຍມາຣົກ ກໍ່ຄືຢ້ຽມຢາມໝູ່ບ້ານຫວຽດນາມ. ຕາງໜ້າການນໍາພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານ ຫງວຽນຈ້ອງເຫງັຍ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງເຖິງປະຊາຊົນມາຣົກ ແລະທ່ານ Mustapha El Ktiri ທີ່ຮ່ວມເດີນທາງກັບຫວຽດນາມ ໃນຊຸມປີຕໍ່ຕ້ານອັນຫຍຸ້ງຍາກລຳບາກເພື່ອປົດປ່ອຍປະເທດຊາດ, ທ້ອນໂຮມປະເທດເປັນເອກະພາບ, ກໍ່ຄືໃນກິດຈະການສ້າງສາປະເທດໃນປະຈຸບັນ. ທ່ານ ຫງວຽນຈ້ອງເຫງັຍ ຕີລາຄາວ່າ ການພົວພັນລະຫວ່າງສອງປະເທດ ໄດ້ ແລະກໍາລັງພັດທະນາຢ່າງດີງາມໃນຫຼາຍຂົງເຂດ; ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບມາຣົກ ແລະປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີການສົມທົບກັນເພື່ອຍົກສູງການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດຫວຽດນາມ ແລະທ່ານ Mustapha El Ktiri ຂ້າຫຼວງໃຫຍ່ທີ່ເຄີຍສູ້ຮົບ ແລະອະດີດສະມາຊິກກອງທັບປົດປ່ອຍມາຣົກ. ພາບ: qdnd.vn

ສ່ວນທ່ານ Mustapha El Ktiri ໄດ້ເນັ້ນໜັກເຖິງນ້ຳໃຈອັນດີງາມທີ່ສະຫງວນໃຫ້ປະເທດ ແລະປະຊາຊົນຫວຽດນາມ. ທ່ານ Mustapha El Ktiri ຢືນຢັນວ່າ ການພົວພັນລະຫວ່າງສອງປະເທດແມ່ນເລິກເຊິ່ງ ແລະໝັ້ນຄົງ; ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ຮ່ວມມື, ແລກປ່ຽນບົດຮຽນໃນກິດຈະການສ້າງສາ ແລະພັດທະນາປະເທດຊາດ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນ ມາຣົກ - ຫວຽດນາມ ກວ່າອີກ.

ໂດຍ: ຈາງຫງວຽນ