leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: VTC News

ເຂົ້າຮ່ວມກອງປະຊຸມ ມີທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິນ, ທ່ານ ເລືອງເກື່ອງ ຜູ້ປະຈຳການຄະນະເລຂາສູນກາງພັກ, ພ້ອມດ້ວຍຜູ້ແທນກວ່າ 1000 ທ່ານ ເຊິ່ງຕາງໜ້າໃຫ້ປະຊາຊົນທຸກຊັ້ນວັນນະ, ບັນດາຊົນເຜົ່າ, ສາສະໜາ, ກຳລັງປະກອບອາວຸດ, ປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ ແລະພະນັກງານແນວໂຮມປະເທດຊາດ ທຸກຂັ້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ ຕີລາຄາສູງບັນດາການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນ ໃນໄລຍະຜ່ານມາ ໃນຫຼາຍຂົງເຂດ ພ້ອມທັງສະເໜີໃຫ້ແນວໂຮມປະເທດຊາດຫວຽດນາມ ຕ້ອງຕົກລົງເປັນເອກະພາບຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ຄວາມສຳຄັນແບບພິເສດຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ທ່ານ ເນັ້ນໜັກວ່າ ນີ້ແມ່ນໜຶ່ງໃນບັນດາມາດຕະການຫຼັກແຫຼ່ງນຳປະເທດກ້າວເຂົ້າສູ່ສັງກາດໃໝ່. ທ່ານ ກ່າວວ່າ:

“ແນວໂຮມປະເທດຊາດ ຕ້ອງປະຕິບັດບົດບາດເປັນແກ່ນສານ, ເປັນເຈົ້າການສົມທົບກັບບັນດາການຈັດຕັ້ງສະມາຊິກ ເພື່ອສ້າງຄວາມສາມັກຄີລະຫວ່າງບັນດາຊົນຊັ້ນ, ສ່ວນບຸກຄົນດີເດັ່ນ, ເສີມຂະຫຍາຍບົດບາດປະຈັນບານຂອງຊົນຊັ້ນກຳມະກອນ, ປຸກລຸກກຳລັງຄວາມສາມາດອັນໃຫຍ່ຫຼວງຂອງຊົນຊັ້ນຊາວນາ, ຖັນແຖວປັນຍາຊົນ ແລະຜູ້ອອກແຮງງານ, ຮັບປະກັນຄວາມເປັນເອກະພາບສູງກ່ຽວກັບຄວາມຮັບຮູ້, ແນວຄິດ ແລະການກະທຳ, ຢຶດໝັ້ນກັບເປົ້າໝາຍ, ອຸດົມການສັງຄົມນິຍົມ; ເປັນເຈົ້າການດຳເນີນບັນດາອົງການເຄື່ອນໄຫວການທູດປະຊາຊົນ; ເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕແຫ່ງຊາດ, ສະຖຽນລະພາບດ້ານການເມືອງ - ສັງຄົມ, ສ້າງປະເທດໃຫ້ນັບມື້ນັບວັດທະນາຖາວອນ, ຜາສຸກ. ແນວໂຮມປະເທດຊາດ ແລະການຈັດຕັ້ງສະມາຊິກ ໃຫ້ປະຕິບັດວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມ, ຂົນຂວາຍປະຊາຊົນໃຫ້ເປັນຢ່າງດີກວ່າເກົ່າ, ເພື່ອໃຫ້ປະຊາຊົນເຂົ້າໃຈ, ຮ່ວມແຮງຮ່ວມໃຈປະຕິບັດທິດທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ແນວໂຮມປະເທດຊາດ ຕ້ອງເປັນແກ່ນສານໃນການປົກປ້ອງພື້ນຖານແນວຄິດຂອງພັກ”.

ແຫຼ່ງຄັດຈາກ: vovworld.vn