ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ  ໄດ້ຍ້ອງຍໍຊົມເຊີຍ ແລະຂອບໃຈຕໍ່ການປະກອບສ່ວນສຳຄັນໃນໄລຍະຜ່ານມາຂອງບັນດາສະມາຊິກສະພາແຫ່ງຊາດຍິງເວົ້າລວມ, ບັນດາສະມາຊິກສະພາແຫ່ງຊາດສະເພາະກິດຍິງຢູ່ສູນກາງ, ບັນດາຫົວໜ້າພະແນກຍິງ ແລະພະນັກງານ, ລັດຖະກອນ, ຜູ້ອອກແຮງງານຍິງຢູ່ຫ້ອງວ່າການສະພາແຫ່ງຊາດ ແລະສະຖາບັນຄົ້ນຄວ້ານິຕິບັນຍັດ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ, ບໍ່ວ່າໃນຖານະຕໍາແໜ່ງໃດກໍຕາມ, ແມ່ຍິງຫວຽດນາມ ກໍ່ສາມາດເສີມຂະຫຍາຍໄດ້ຄຸນນະທາດ, ພູມປັນຍາ ແລະຄວາມເມດຕາ, ເຈດຈໍານົງ, ການເສຍສະຫຼະ, ຄວາມຄ່ອງແຄ້ວ ແລະມານະພະຍາຍາມບືນຕົວຂຶ້ນ. ຫວຽດນາມ ນອນໃນກຸ່ມປະເທດທີ່ມີຜູ້ຍິງເຂົ້າຮ່ວມວຽກງານການເມືອງມີອັດຕາສູງທີ່ສຸດໃນໂລກ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ກົງກວກ

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຫວັງວ່າບັນດາສະມາຊິກສະພາແຫ່ງຊາດ ສະເພາະກິດຍິງ, ພະນັກງານຍິງຈະສືບຕໍ່ປະກອບສ່ວນໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ໃນນັ້ນ, ສຸມໃສ່ປະກອບຄຳເຫັນເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ຕົກລົງຮັບຮອງເອົາຮ່າງກົດໝາຍ, ມະຕິ, ປະກາດໃຊ້ບັນດາກົນໄກ, ນະໂຍບາຍທີ່ນອນໃນສິດອຳນາດ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການພັດທະນາໂດຍໄວ, ປ່ຽນໃໝ່ຈິນຕະນາການສ້າງກົດໝາຍ, ເພີ່ມທະວີການແບ່ງຂັ້ນ, ແບ່ງສິດ; ເສີມຂະຫຍາຍພູມປັນຍາ, ຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈ, ຄວາມເກັ່ງກ້າສາມາດ ແລະຈັນຍາບັນໃນລະດັບສູງສຸດ, ປະກອບສ່ວນຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ.

ໂດຍ: ຫງວຽນກຸກ