ແບ່ງປັນໃນການພົບປະສື່ມວນຊົນສອງປະເທດຢູ່ສະຖານທູດຈີນ  ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 14 ຕຸລາ, ທ່ານເອກອັກຄະລັດຖະທູດ He Wei ຖືວ່າ ການຢ້ຽມຢາມຫວຽດນາມຂອງທ່ານນາຍົກລັດຖະມົນຕີ ຫຼີສຽງ ໄດ້ດຳເນີນໄປໃນຈຸດເວລາທີ່ຫວຽດນາມ ແລະຈີນ ພວມປະຕິບັດຄວາມຮັບຮູ້ລວມສຳຄັນຂອງການນຳຂັ້ນສູງຂອງສອງພັກ, ສອງລັດ ແລະກ້າວເຂົ້າສູ່ປີທຳອິດຂອງການຜັນຂະຫຍາຍການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ.

ຕາມທ່ານເອກອັກຄະລັດຖະທູດ He Wei ແລ້ວ, ຜົນສຳເລັດຂອງການຢ້ຽມຢາມໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງຫວຽດນາມ ແລະຈີນ. ທີ່ການພົບປະຄັ້ງຕ່າງໆ, ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ກ່ຽວກັບການຖືການພັດທະນາການພົວພັນສອງຝ່າຍແມ່ນທິດທາງບຸລິມະສິດ ແລະການເລືອກເຟັ້ນຍຸດທະສາດຂອງແຕ່ລະປະເທດ, ໂດຍໄດ້ເນັ້ນໜັກເຖິງການພັດທະນາຂອງປະເທດນີ້ວ່າແມ່ນກາລະໂອກາດພັດທະນາຂອງແຕ່ລະປະເທດ, ພ້ອມທັງແມ່ນປັດໄຈທີ່ຕັ້ງໜ້າໃຫ້ແກ່ການພັດທະນາຂອງພາກພື້ນ ແລະໃນໂລກ. ສອງຝ່າຍກໍ່ເຫັນດີເປັນເອກະພາບປະຕິບັດຄວາມຮັບຮູ້ລວມທີ່ສຳຄັນລະຫວ່າງການນຳຂັ້ນສູງສອງພັກ, ສອງລັດຕາມທິດທາງ “6 ກວ່າ” ຢ່າງຄົບຖ້ວນ, ຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ໃຫ້ບັນລຸໄດ້ຜົນສຳເລັດຫຼາຍຢ່າງ.

leftcenterrightdel
 ທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ. ພາບ: ແອັງຫວູ

ການຢ້ຽມຢາມຍັງໄດ້ປະກອບສ່ວນຊຸກຍູ້ທ່າອ່ຽງຮ່ວມມືທີ່ແທດຈິງລະຫວ່າງສອງປະເທດຕື່ມອີກ. ໃນນັ້ນ, ສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບການສືບຕໍ່ເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າ, ຊຸກຍູ້ “ການເຊື່ອມຕໍ່ແຂງແກ່ນ” ຄື: ທາງລົດໄຟ, ທາງຫຼວງ, ພື້ນຖານໂຄງລ່າງດ່ານຊາຍແດນ ແລະ “ເຊື່ອມຕໍ່ນີ້ມນວນ” ຄື: ພາສີອັດສະລິຍະ... ສອງຝ່າຍກໍ່ຈັດຕັ້ງການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ-ຈີນ ຢ່າງສຳເລັດຜົນ, ຜ່ານນັ້ນນໍາພາວິສາຫະກິດສອງປະເທດເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ່າ.

ຕາມທ່ານເອກອັກຄະລັດຖະທູດ He Wei ແລ້ວ, ໃນການຢ້ຽມຢາມ, ການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອະກະພາບເພີ່ມທະວີການໂຄສະນາກ່ຽວກັບການພົວພັນມິດຕະພາບ ຈີນ-ຫວຽດນາມ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ ແລະສະໜັບສະໜູນບັນດາທ້ອງຖິ່ນສອງຝ່າຍ, ພິເສດແມ່ນທ້ອງຖິ່ນຕິດກັບຊາຍແດນ, ຜັນຂະຫຍາຍການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມື.

ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນຫາຢູ່ທະເລ ແລະເຫັນດີເປັນເອກະພາບຮັບຮອງເອົາການເຈລະຈາມິດຕະພາບເພື່ອຄວບຄຸມຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ.

ໝາກຜົນຢ່າງຕັ້ງໜ້າຂອງການຢ້ຽມຢາມ ຍັງໄດ້ສະແດງອອກໃຫ້ເຫັນຜ່ານເລື່ອງສອງຝ່າຍໄດ້ອອກຖະແຫຼງການຮ່ວມດ້ວຍເນື້ອໃນທີ່ອຸດົມສົມບູນ, ພ້ອມທັງລົງນາມເອກະສານຮ່ວມມື 10 ສະບັບໃນຂົງເຂດເຊື່ອມຕໍ່ການຄົມມະນາຄົມ, ພາສີ, ການດຳລົງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ, ການສຶກສາ, ການຄ້າຜະລິດຕະພັນກະເສດ, ສື່ມວນຊົນ, ທະນາຄານ...

ຕີລາຄາກ່ຽວກັບການພົວພັນ ຫວຽດນາມ-ຈີນ ໃນປະຈຸບັນ, ທ່ານເອກອັກຄະລັດຖະທູດ  He Wei  ຖືວ່າ ການຢ້ຽມຢາມເຊິ່ງກັນ ແລະກັນຂອງການນຳຂັ້ນສູງສອງພັກ, ສອງລັດ ໃນຊຸມປີມໍ່ໆມານີ້ໄດ້ສົ່ງສານເຖິງການພົວພັນມິດຕະພາບ ຫວຽດນາມ-ຈີນ ແລະສະແດງໃຫ້ເຫັນການຖືເປັນສໍາຄັນຢ່າງສູງຕໍ່ການພັດທະນາການພົວພັນສອງປະເທດ.

ທ່ານເອກອັກຄະລັດຖະທູດ  He Wei ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດຈີນ, ໂດຍຖືວ່າ ນີ້ແມ່ນພື້ນຖານການເມືອງ ແລະເປັນປັດໄຈສຳຄັນໃຫ້ແກ່ການພົວພັນສອງຝ່າຍ ຫວຽດນາມ-ຈີນ. ໃນຊຸມປີມໍ່ໆມານີ້, ພາຍໃຕ້ການກຳນົດທິດຍຸດທະສາດຂອງການນຳຂັ້ນສູງສອງພັກ, ສອງລັດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ຈະບັນລຸໄດ້ການພັດທະນາຢ່າງຕັ້ງໜ້າ. ໃນໄລຍະຈະມາເຖິງ, ສອງຝ່າຍຄວນຢຶດໝັ້ນການກໍານົດທິດຍຸດທະສາດຂອງການນຳຂັ້ນສູງສອງພັກ ສໍາລັບການພັດທະນາການພົວພັນສອງພັກ, ສອງລັດ.

ເລື່ອງສອງປະເທດຖະແຫຼງການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ມີຄວາມໝາຍຍຸດທະສາດໄດ້ກຳນົດທີ່ຕັ້ງໃໝ່ໃຫ້ແກ່ການພົວພັນລະຫວ່າງສອງພັກ, ສອງລັດ, ຊຸກຍູ້ການພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່.

ປີ 2025 ເປັນປີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະຈີນ, ພ້ອມທັງແມ່ນ “ປີພົບປະແລກປ່ຽນມະນຸດສະທຳ ຫວຽດນາມ-ຈີນ”, ທ່ານເອກອັກຄະລັດຖະທູດ He Wei ຖືວ່າ, ນີ້ແມ່ນໂອກາດທີ່ດີເພື່ອໃຫ້ສອງປະເທດສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະເຮັດໃຫ້ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດກາຍເປັນທາດເລັ່ງໃຫ້ແກ່ການພົວພັນສອງຝ່າຍ.

ໂດຍ: ເຈິ່ນຮວ່ຽນ