ໂດຍຮັບຄໍາເຊີນຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ປະທານ AIPA, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຈະນໍາໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຢ້ຽມຢາມລາວ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 45 (AIPA-45) ແຕ່ວັນທີ 17 ຫາວັນທີ 19 ຕຸລາ 2024. ທ່ານນາງ ເລທູຮ່າ ຮອງປະທານຄະນະກໍາມາທິການການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ  ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍການຢ້ຽມຢາມ ພ້ອມທັງແບ່ງປັນກ່ຽວກັບການຄາດຄະເນສະເໜີແນະຂອງຫວຽດນາມ ທີ່ ປະກອບໃຫ້ AIPA-45.

leftcenterrightdel
ທ່ານນາງ ເລທູຮ່າ ຮອງປະທານຄະນະກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ. ພາບ: quochoi.vn

ຕາມທ່ານນາງ ເລທູຮ່າແລ້ວ, ເລື່ອງປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມ AIPA-45 ແມ່ນມີຄວາມໝາຍສໍາຄັນ, ດ້ານໜຶ່ງສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນດ້ວຍຄວາມຮັບຜິດຊອບຂອງສະພາແຫ່ງຊາດຫວຽດນາມ ພ້ອມກັບລັດຖະສະພາບັນດາປະເທດສະມາຊິກໃນການປັບປຸງບົດບາດໃຈກາງ, ຄວາມສາມັກຄີ ແລະເຫັນດີເປັນເອກະພາບໃນອາຊຽນ, ຍູ້ແຮງການຮ່ວມມືພາຍໃນກຸ່ມ, ເປີດກວ້າງການພົວພັນຫຼາຍດ້ານກັບລັດຖະສະພາບັນດາປະເທດໃນ ແລະນອກພາກພື້ນ.

ແບ່ງປັນກ່ຽວກັບການຄາດຄະເນສະເໜີແນະຂອງຫວຽດນາມ ເພື່ອປະກອບສ່ວນໃຫ້ AIPA-45 ຄັ້ງນີ້, ທ່ານນາງ ເລທູຮ່າ ໃຫ້ຮູ້ວ່າ ບົນພື້ນຖານຫົວຂໍ້ລວມຂອງສະມັດຊາໃຫຍ່, ບັນດາບັນຫາທີ່ຫວຽດນາມ ສົນໃຈ, ແມ່ນສອດຄ່ອງກັບທ່າອ່ຽງຂອງພາກພື້ນ, ຫວຽດນາມ ຄາດຄະເນສະເໜີແນະ 4 ຂໍ້ລິເລີ່ມ/ມະຕິຢູ່ກອງປະຊຸມລັດຖະສະພາໜຸ່ມ AIPA, ຄະນະກໍາມາທິການສັງຄົມ, ກອງປະຊຸມລັດຖະສະພາຍິງ AIPA, ຄະນະກໍາມາທິກາເສດຖະກິດ.

ໂດຍ:​ ໄຊນີດາ