ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຕີລາຄາວ່າ ຂະແໜງອຸດສາຫະກຳທາງລົດໄຟ ຈີນ ໄດ້ບືນຕົວຂຶ້ນຢູ່ແຖວໜ້າໂລກດ້ວຍການກະກຽມຢ່າງລະອຽດດ້ານການວາງແຜນຜັງ, ອອກແບບ, ມາດຕະຖານ, ໃນນັ້ນມີການເຂົ້າຮ່ວມປະກອບສ່ວນສຳຄັນຂອງບັນດາວິສາຫະກິດແຖວໜ້າຄື CREC.

leftcenterrightdel
ທ່ານ ເຈີ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Chen Yun, ປະທານກຸ່ມບໍລິ ສັດທາງລົດໄຟ ຈີນ (CREC). ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ເຈີ່ນຮົ່ງຮ່າ ເນັ້ນໜັກວ່າ ໃນໄລຍະຈະມາເຖິງກຸ່ມບໍລິສັດ CREC ຕ້ອງຕັ້ງໜ້າເຂົ້າຮ່ວມບັນດາໂຄງການ, ກິດຈະການພື້ນຖານໂຄງລ່າງທາງລົດໄຟທີ່ໄດ້ມາດຕະຖານເຊື່ອມຕໍ່ລະຫວ່າງ ຫວຽດນາມ ແລະຈີນ, ປະກອບສ່ວນເຂົ້າໃນການປະຕິບັດຄຳເຫັນຊີ້ນຳຂອງການນຳສອງປະເທດໃນການສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະຍົກລະດັບການພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ.

ທ່ານຮອງນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ກຸ່ມບໍລິສັດ CREC ຈະຢັ້ງຢືນຄຸນນະພາບ, ລະດັບເຕັກໂນໂລຢີຂອງ ຈີນ ເມື່ອເຂົ້າຮ່ວມໂຄງການກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟຢູ່ຫວຽດນາມ.

ສ່ວນທ່ານ Chen Yun ກໍ່ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ກຸ່ມບໍລິສັດ CREC ຈະໄດ້ເຂົ້າຮ່ວມໃນໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟສຳຄັນຂອງຫວຽດນາມ, ລວມມີທັງການສະໜອງບໍລິການ, ໃຫ້ຄຳປຶກສາ, ກໍ່ ຄືຜັນຂະຫຍາຍການກໍ່ສ້າງດ້ວຍຄຳໝັ້ນສັນຍາດ້ານຄຸນນະພາບ, ຄວາມຄືບໜ້າແຖວໜ້າ. ການນຳກຸ່ມບໍລິສັດ CREC ກໍ່ສະແດງຄວາມພ້ອມເພື່ອຮ່ວມມືກັບຄູ່ຮ່ວມມືຫວຽດນາມ ໃນການຄົ້ນຄວ້າ, ຖ່າຍຖອດ, ພັດທະນາເຕັກໂນໂລຢີ ກໍ່ຄືບຳລຸງສ້າງຊັບພະຍາກອນມະນຸດໃຫ້ຂະແໜງອຸດສາຫະກຳທາງລົດໄຟຄວາມໄວສູງ.

ໂດຍ: ແສງເດືອນ