ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ, ແຂວງກວາງຈິ ແມ່ນເຂດດິນແດນປະຫວັດສາດອັນສະຫງ່າອົງອາດ, ເຕັມໄປດ້ວຍມູນເຊື້ອການປະຕິວັດ, ບໍ່ຍອມຈຳນົນ, ເດັດດ່ຽວໜຽວແໜ້ນ, ຍາມໃດກໍ່ມີເຈດຈໍານົງ, ຄວາມຄາດຫວັງຢາກບືນຕົວຂຶ້ນຢ່າງແຂງແຮງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເຮັດວຽກກັບຄະນະປະຈຳພັກແຂວງກວາງຈິ. ພາບ: qdnd.vn

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ຊີ້ອອກໃຫ້ເຫັນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງກວາງຈິ, ພິເສດແມ່ນຄວາມສະດວກດ້ານຄົມມະນາຄົມ, ການເຊື່ອມຕໍ່ເໜືອ-ໃຕ້, ເຊື່ອມຕໍ່ຕາເວັນອອກ-ຕາເວັນຕົກ; ທ້ອງຖິ່ນມີຄວາມສາມາດບົ່ມຊ້ອນພັດທະນາພະລັງງານ, ເປັນຕົ້ນແມ່ນພະລັງງານສະອາດ; ທີ່ດິນມີຄວາມສະດວກໃຫ້ແກ່ການລົງທຶນພັດທະນາອຸດສາຫະກຳ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ແຂວງກວາງຈິ ສືບຕໍ່ປະຕິບັດວຽກງານກໍ່ສ້າງພັກໃຫ້ເປັນຢ່າງດີ, ສ້າງລະບົບການເມືອງໃຫ້ກະທັດຮັດ, ປອດໃສ, ເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ. ພ້ອມທັງຖືວ່າ, ແຂວງກວາງຈິ ຄວນເອົາໃຈໃສ່ເປັນພິເສດເຖິງການລົງທຶນໃຫ້ແກ່ການສຶກສາ ແລະສາທາລະນະສຸກ, ຍົກສູງຄວາມຮູ້ ແລະສຸຂະພາບຂອງປະຊາຄົມ, ພັດທະນາວັດທະນະທຳ, ກິລາ.

ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ໄດ້ພົບປະ, ມອບສັນຍາລັກເຮືອນ  200 ຫຼັງເພື່ອໜູນຊ່ວຍແຂວງກວາງຈິ ໃນການລົບລ້າງເຮືອນຊົ່ວຄາວ, ເຮືອນຊຸດໂຊມໃຫ້ຄອບຄົວທີ່ທຸກຍາກ ແລະໃກ້ຈະທຸກຍາກ; ມອບຂອງຂວັນ 200 ພູດເພື່ອລະດົມກໍາລັງໃຈແມ່ຫວຽດນາມວິລະຊົນ, ທະຫານເຈັບປ່ວຍ, ເສຍອົງຄະ, ຄອບຄົວເປົ້າໝາຍນະໂຍບາຍດີເດັ່ນຢູ່ແຂວງກວາງຈິ.

ໂດຍ: ເຈິ່ນຮວ່ຽນ