leftcenterrightdel
ທ່ານ Andrew Goledzinowski ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ. ພາບ: ຫວຽດຫງວຽນ

ນັກຂ່າວ: ກວ່າ 7 ເດືອນພາຍຫຼັງຫວຽດນາມ ແລະອົດສະຕາລີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄປຢ້ຽມຢາມອົດສະຕາລີ ແລະເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຫວຽດນາມ-ອົດສະຕາລີ ຄັ້ງທີ 6 (ແຕ່ວັນທີ 16-19 ຕຸລາ). ທ່ານ ມີຄວາມຫວັງຄືແນວໃດແດ່ກ່ຽວກັບການຢ້ຽມຢາມຄັ້ງນີ້?

ທ່ານ Andrew Goledzinowski ເອກອັກຄະລັດຖະທູດອົດສະຕາລີ ປະຈໍາຫວຽດນາມ: ນີ້ແມ່ນການຢ້ຽມຢາມອົດສະຕາລີ ຄັ້ງທໍາອິດຂອງທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ນັບແຕ່ການຮ່ວມເດີນທາງພ້ອມກັບທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢ້ຽມຢາມອົດສະຕາລີ ຢ່າງເປັນທາງການເມື່ອເດືອນ ມີນາ 2024, ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ສິ່ງເຫຼົ່ານີ້ ເຮັດໃຫ້ການຢ້ຽມຢາມມີຄວາມສຳຄັນພິເສດ ເພາະນີ້ແມ່ນອາໂອກາດເພື່ອປຶກສາຫາລືກ່ຽວກັບວິທີຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະຫັນຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການພັດທະນາການພົວພັນໃຫ້ແໜ້ນແຟ້ນກວ່າລະຫວ່າງສອງປະເທດປະກົດຜົນເປັນຈິງ.

ຂ້າພະເຈົ້າ ຫວັງວ່າ ສອງລັດຖະມົນຕີການຕ່າງປະເທດ ຈະມີການປຶກສາຫາລືທີ່ຕັ້ງໜ້າ ແລະມີປະສິດທິຜົນກ່ຽວກັບຂົງເຂດຮ່ວມມືຕ່າງໆທີ່ພວມພັດທະນາຕາມຂອບຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄື ເພີ່ມທະວີການຄ້າ ແລະການລົງທຶນ, ການຮ່ວມມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະຫັນປ່ຽນພະລັງງານສະອາດ, ການເດີນເຮືອ, ການສົມທົບກັນໃນບັນດາກົນໄກຫຼາຍຝ່າຍຢູ່ພາກພື້ນ ຄື ອາຊຽນ, ບັນດາວິທີເພື່ອໃຫ້ອົດສະຕາລີ ສາມາດສືບຕໍ່ໜູນຊ່ວຍຫວຽດນາມ ຟື້ນຟູແບບຍືນຍົງພາຍຫຼັງພາຍຸຢາກີ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະທ່ານ Anthony Albanese ນາຍົກລັດຖະມົນຕີອົດສະຕາລີ ເປັນສັກຂີພິຍານການແລກປ່ຽນເອກະສານຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະກະຊວງການຕ່າງປະເທດອົດສະຕາລີ, ວັນທີ 7 ມີນາ ຢູ່ Canberra. ພາບ: ຕ໊ວນແອງ

ນັກຂ່າວ: ດ້ວຍບາດກ້າວໃຫຍ່ຄືແນວນັ້ນ, ການພົວພັນສອງປະເທດໃນໄລຍະມໍ່ໆມານີ້ມີການພັດທະນາໃດແດ່ເປັນໜ້າເອົາໃຈໃສ່?

ທ່ານ Andrew Goledzinowski ເອກອັກຄະລັດຖະທູດອົດສະຕາລີ ປະຈໍາຫວຽດນາມ: ບໍ່ມີເວລາໃດທີ່ການພົວພັນອົດສະຕາລີ-ຫວຽດນາມ ມີຄວາມໃກ້ຊິດຕິດພັນຄືແນວນີ້. ພວກເຮົາແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນບັນດາເພື່ອນມິດທີ່ສຸດຍອດ, ບັນດາປະເທດມະຫາສະໝຸດ ອິນເດຍ-ປາຊີຟິກ ພ້ອມກັນແບ່ງປັນວິໄສທັດລວມກ່ຽວກັບພາກພື້ນຮອບດ້ານ, ສະຖຽນລະພາບ, ສັນຕິພາບ, ກ້າແກ່ນ ແລະວັດທະນາຖາວອນ.

ໃນຊຸມປີມໍ່ໆມານີ້, ການພົວພັນສອງຝ່າຍໄດ້ພັດທະນາຢ່າງວ່ອງໄວ ແລະແທດຈິງຍ້ອນອົດສະຕາລີ ແລະຫວຽດນາມ ຖືເປັນສໍາຄັນເຊິ່ງກັນ ແລະກັນ ແລະມີການພົວພັນເພີ່ມເຕີມໃຫ້ກັນ.

ປະຊາຄົມຊາວຫວຽດນາມ ຢູ່ອົດສະຕາລີ ມີ 350.000 ຄົນ ໄດ້ປະກອບສ່ວນເສີມສ້າງວັດທະນະທໍາຫຼາຍຮູບຫຼາຍແບບ, ມີຄຸນຄ່າ ແລະຜົນສໍາເລັດຂອງອົດສະຕາລີ. ນີ້ກໍ່ແມ່ນປັດໄຈທີ່ຕັ້ງໜ້າໃນການພັດທະນາຫວ່າງມໍ່ໆມານີ້ ແລະຂ້າພະເຈົ້າຫວັງວ່າ ປະຊາຄົມຊາວຫວຽດນາມ ຈະສວມບົດບາດອັນໃຫຍ່ຫຼວງກວ່າອີກໃນອະນາຄົດ.

ນັກຂ່າວ: ໃນຖະແຫຼ່ງການຮ່ວມກ່ຽວກັບການຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຫວຽດນາມ ແລະອົດສະຕາລີ ໃຫ້ຄໍາໝັ້ນສັນຍາເຮັດໃຫ້ການພົວພັນຮ່ວມມືຍຸດທະສາດໃນບັນດາຂົງເຂດວິທະຍາສາດ, ເຕັກໂນໂລຢີ, ບັນຫາອິນເຕີແນັດ ແລະການປ່ຽນແປງໃໝ່ປະດິດສ້າງເລິກເຊິ່ງກວ່າອີກ, ສອງປະເທດພວມຜັນຂະຫຍາຍຍຸດທະສາດໃດແດ່ເພື່ອປະຕິບັດເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ?

ທ່ານ Andrew Goledzinowski ເອກອັກຄະລັດຖະທູດອົດສະຕາລີ ປະຈໍາຫວຽດນາມ: ອົດສະຕາລີໃຫ້ຄໍາໝັ້ນສັນຍາເຮັດໃຫ້ການພົວພັນຮ່ວມມືໃນວິທະຍາສາດ, ເຕັກໂນໂລຢີ, ອິນເຕີແນັດ ແລະການປ່ຽນແປງໃໝ່ປະດິດສ້າງເພື່ອໜູນຊ່ວຍການເຕີບໂຕແບບຍືນຍົງ ແລະຮອບດ້ານຂອງຫວຽດນາມ.

ໃນການຢ້ຽມຢາມອົດສະຕາລີ ຂອງທ່ານ ຟ້າມມິງຈິ໊ງ ເມື່ອເດືອນ ມີນາ, ອົງການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຢີ ແລະອຸດສາຫະກໍາກຸ່ມວັດທະນາຖາວອນລວມ (CSIRO) - ອົງການວິທະຍາສາດ-ເຕັກໂນໂລຢີຂອງລັດຖະບານອົດສະຕາລີ ແລະກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໄດ້ເຊັນບົດບັນທຶກຊ່ວຍຈໍາກ່ຽວກັບການຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ເພື່ອໜູນຊ່ວຍຜັນຂະຫຍາຍລາຍການພັດທະນາ Aus4Innovation ທີ່ແກ່ຍາວ 10 ປີຂອງອົດສະຕາລີ ມຸນຄ່າ 33,5 ລ້ານອົດສະຕາລີ.

ຜ່ານລາຍການ Aus4Innovation, ພວກຂ້າພະເຈົ້າ ໄດ້ໜູນຊ່ວຍຫວຽດນາມ ຍົກສູງຄວາມສາມາດຂອງລະບົບນິເວດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ, ລວມມີ ເພີ່ມທະວີຄວາມສາມາດໃນການພັດທະນາ ແລະຕີລາຄານະໂຍບາຍປ່ຽນແປງໃໝ່; ເຄືອຂ່າຍປ່ຽນແປງໃໝ່; ການອຸປະຖໍາ ແລະການເງິນປ່ຽນແປງໃໝ່. ພ້ອມກັນນັ້ນ, ຄວາມສາມາດຂອງບັນດານັກຄົ້ນຄວ້າ, ວິສາຫະກິດຂະໜາດໜ້ອຍ ແລະກາງ ກໍ່ຄືປະຊາຄົມພວມໄດ້ຮັບການປັບປຸງຜ່ານການບໍາລຸງສ້າງ ແລະຜ່ານພຶດຕິກໍາຕົວຈິງ.

ບາງລາຍການຂອງ Aus4Innovation ໃນໄລຍະຫວ່າງມໍ່ໆມານີ້ມີ: ໜູນຊ່ວຍຫວຽດນາມ ສ້າງຫຼັກການຊຸດທໍາອິດກ່ຽວກັບ “ປັນຍາປະດິດ (AI) ມີຄວາມຮັບຜິດຊອບ”;  ອົດສະຕາລີ ມອບບ້ວງອຸປະຖໍາທີ່ມີມຸນຄ່າ 1,45 ລ້ານໂດລາອົດສະຕາລີ ເພື່ອແບ່ງປັນເຕັກໂນໂລຢີສູງກັບຫວຽດນາມ ແນໃສ່ໜູນຊ່ວຍພັດທະນາກະສິກໍາແບບຍືນຍົງ, ນໍາໃຊ້ບັນດາເຕັກໂນໂລຢີ...

ປະຈຸບັນ, ພວກຂ້າພະເຈົ້າພວມຊອກວິທີໜູນຊ່ວຍພັດທະນາຄວາມສາມາດຂອງຂະແໜງອຸດສາຫະກໍາເຄິ່ງຊັກນໍາໄຟຟ້າຫວຽດນາມ ຜ່ານແຫຼ່ງທຶນ ODA ແລະການຮ່ວມມືກັບບັນດາມະຫາວິທະຍາໄລຂອງອົດສະຕາລີ.

ຄຽງຂ້າງນັ້ນ, ອົດສະຕາລີ ແລະຫວຽດນາມ ໃຫ້ຄໍາໝັ້ນສັນຍາຮ່ວມມືດ້ານຄວາມໝັ້ນຄົງທາງອິນເຕີແນັດ-ສິ່ງສໍາຄັນຍິ່ງສຳລັບຄວາມວັດທະນະທໍາ ແລະຄວາມໝັ້ນຄົງອັນຍາວນານຂອງທັງສອງປະເທດ. ອົດສະຕາລີ ພວມໜູນຊ່ວຍສ້າງຄວາມສາມາດກ່ຽວກັບຄວາມໝັ້ນຄົງທາງອິນເຕີແນັດໃຫ້້ຫວຽດນາມ ຜ່ານລາຍການຮ່ວມມືເຕັກໂນໂລຢີສໍາຄັນ ແລະອິນເຕີແນັດ.

ນັກຂ່າວ: ສຳລັບເຫດການລົດຊາດອົດສະຕາລີ (Taste of Australia) 2024 ທີ່ຈະດໍາເນີນຢູ່ນະຄອນຫຼວງຮ່າໂນ້ຍ. ທ່ານເອກອັກຄະລັດຖະທູດສາມາດແນະນໍາໂດຍຫຍໍ້ກ່ຽວກັບເຫດການພົບປະແລກປ່ຽນວັດທະນະທໍາອາຫານການກິນພິເສດນີ້?

ທ່ານ Andrew Goledzinowski ເອກອັກຄະລັດຖະທູດອົດສະຕາລີ ປະຈໍາຫວຽດນາມ: ລົດຊາດອົດສະຕາລີ ປີ 2023 ແມ່ນເຫດການເຊີດຊູເຄື່ອງດື່ມ, ອາຫານ ແລະວັດທະນະທໍາອົດສະຕາລີ ທີ່ໄດ້ຈັດຕັ້ງໃນຂອບເຂດການເຄື່ອນໄຫວຂອງພວກຂ້າພະເຈົ້າເພື່ອສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

ປີນີ້, ສອງປະເທດພວກເຮົາສະເຫຼີມສະຫຼອງການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ດ້ວຍແຂກຖືກເຊີນເຖິງ 2.000 ຄົນຈະເຕົ້າໂຮມຢູ່ພະລາຊະວັງທັງລອງ ເມື່ອວັນທີ 17 ຕຸລາ.

ແຂກທີ່ຖືກເຊີນເຂົ້າຮ່ວມເຫດການລວມມີບັນດາເຈົ້າໜ້າທີ່ລັດຖະບານ, ຄູູ່ຮ່ວມມືສະຖານທູດ, ວິສາຫະກິດອົດສະຕາລີ ແລະຫວຽດນາມ, ບັນດານັກຄຸ້ມຄອງການສຶກສາ ແລະເພື່ອນມິດອື່ນໆ. ນີ້ແມ່ນເຫດການເພື່ອໃຫ້ພວກເຮົາຮັດແໜ້ນນໍ້າໃຈມິດຕະພາບ, ແນະນໍາສິ່ງທີ່ດີງາມທີ່ສຸດເຊິ່ງອົດສະຕາລີ ສາມາດສະໜອງ ແລະປຶກສາຫາລືກ່ຽວກັບໂອກາດຮ່ວມມືໃນຫຼາຍຂົງເຂດ ແລະນີ້ກໍ່ແມ່ນໄລຍະເວລາສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ພວກເຮົາ.

ໂດຍ: ໄຊນີດາ