ທີ່ການຕ້ອນຮັບ, ທ່ານ ໂຕເລິມ ຊົມເຊີຍທ່ານ Chang Ho-jin ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ພ້ອມທັງຕີລາຄາສູງຄວາມໝາຍຂອງການຢ້ຽມຢາມທີ່ໄດ້ດຳເນີນພາຍຫຼັງການສົນທະນາທາງໂທລະສັບຂັ້ນສູງລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Yoon Suk Yeol ປະທານາທິບໍດີ ສ.ເກົາຫຼີ ໃນວັນທີ 3 ກັນຍາ 2024; ຊົມເຊີຍທ່ານ Chang Ho-jin ທີ່ໄດ້ຮັບແຕ່ງຕັ້ງເປັນທີ່ປຶກສາພິເສດດ້ານການທູດ ແລະຄວາມໝັ້ນຄົງຄົນທຳອິດຂອງປະທານາທິບໍດີ ສ.ເກົາຫຼີ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Chang Ho-jin, ທີ່ປຶກສາພິເສດດ້ານການທູດ ແລະຄວາມໝັ້ນຄົງຂອງປະທານາທິບໍດີ ສ.ເກົາຫຼີ. ພາບ: qdnd.vn

ທ່ານ Chang Ho-jin ໄດ້ເຫັນດີຕໍ່ກັບຄຳເຫັນຂອງທ່ານ ໂຕເລິມ ໃນການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ; ເນັ້ນໜັກເຖິງສານຂອງປະທານາທິບໍດີ ສ.ເກົາຫຼີ ກ່ຽວກັບຄວາມປາດຖະໜາຢາກກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະສຳຄັນຂອງຫວຽດນາມ ໃນວິວັດການປະຕິບັດເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ນອກຈາກການຮ່ວມມືໃນຂົງເຂດການເມືອງ - ການທູດ, ສ.ເກົາຫຼີ ຍັງຖືເປັັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີ, ເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ໃນນັ້ນມີຂົງເຂດເຕັກໂນໂລຢີສູງ, ປ່ຽນແປງໃໝ່ປະດິດສ້າງ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ; ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະສົມທົບກັນໃນບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ ໂຕເລິມ ສະແດງຄວາມຊົມເຊີຍສານສຳຄັນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະຄຳເຫັນຂອງທີ່ປຶກສາ Chang Ho-jin ກ່ຽວກັບການເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ. ທ່ານ ໂຕເລິມ ຢືນຢັນວ່າ ຫວຽດນາມ ຖື ສ.ເກົາຫຼີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະໃຫ້ບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດຂອງຕົນ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກໍ່ເນັ້ນໜັກເຖິງບາງທິດທາງໃຫຍ່ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ເໝາະສົມກັບຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Chang Ho-jin ທີ່ປຶກສາພິເສດດ້ານການທູດ ແລະຄວາມໝັ້ນຄົງຂອງປະທານາທິບໍດີ ສ.ເກົາຫຼີ. ພາບ: qdnd.vn

ເນັ້ນໜັກເຖິງແນວທາງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນບັນຫາໃຫຍ່ ແລະສຳຄັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ ແລະສະຖຽນລະພາບຢູ່ແຫຼມເກົາຫຼີ. ທ່ານ Chang Ho-jin ຍົກອອກທັດສະນະ ແລະຫຼັກໝັ້ນຂອງລັດຖະບານ ສ.ເກົາຫຼີ, ເນັ້ນໜັກເຖິງຄວາມປາດຖະໜາຢາກຊຸກຍູ້ສັນຕິພາບໃນໄລຍະຍາວຢູ່ແຫຼມເກົາຫຼີ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເຫັນດີເປັນເອກະສັນຕໍ່ຄວາມຈຳເປັນຂອງການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ທະເລຕາເວັນອອກ, ເຄົາລົບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ໂດຍ: ທູຈາງ