ອາຊຽນ - ຂົວເຊື່ອມຕໍ່ການເຈລະຈາ ແລະການຮ່ວມມື

ພາຍຫຼັງພິທີໄຂ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມກັບການນຳບັນດາປະເທດອາຊຽນ ແລະ ຕີມໍ-ເລສເຕ ໄດ້ເຂົ້າວາລະຄົບຄະນະຂອງກອງປະຊຸມສຸດຍອດອາຊຽນ, ປຶກສາຫາລືບັນດາເນື້ອໃນການຮ່ວມມືພາຍໃນອາຊຽນ ແລະລະຫວ່າງອາຊຽນ ແລະຄູ່ຮ່ວມມືຕ່າງໆ.

ກ່າວຄຳເຫັນທີ່ກອງປະຊຸມ, ສະແດງຄວາມເຫັນດີເຫັນພ້ອມກັບຫົວຂໍ້ອາຊຽນ 2024 ກ່ຽວກັບ “ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ສະເໜີວ່າ ກວ່າເວລາໃດໝົດ, ອາຊຽນ ຕ້ອງຖືການສ້າງຄວາມເຂັ້ມແຂງດ້ວຍຕົນເອງເປັນພື້ນຖານເພື່ອບືນຂຶ້ນ, ຖືການເຊື່ອມຕໍ່ເປັນຈຸດສຸມເພື່ອບຸກທະລຸ ແລະຖືການປ່ຽນແປງໃໝ່ປະດິດຄິດສ້າງເປັນກໍາລັງໜູນເພື່ອນໍາໜ້ານໍາພາ. ບົນພື້ນຖານນັ້ນ, ທ່ານ ຟ້າມມິງຈິ໊ງ ໄດ້ແບ່ງປັນບັນດາທິດທາງສຳຄັນຂອງອາຊຽນ ໃນໄລຍະຈະມາເຖິງ.

leftcenterrightdel
ການນຳບັນດາປະເທດສະມາຊິກອາຊຽນ, ຕີມໍ-ເລສເຕ ທີ່ວາລະໄຂກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທີໜຶ່ງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະເປັນເຈົ້າຕົນເອງຍຸດທະສາດແມ່ນພື້ນຖານເພື່ອໃຫ້ອາຊຽນມີຄວາມໝັ້ນຄົງຕໍ່ໜ້າການຫັນປ່ຽນ, ຜ່ານຜ່າທຸກສິ່ງທ້າທາຍ. ຕາມນັ້ນແລ້ວ, ອາຊຽນ ຕ້ອງປັບປຸງຄວາມສາມັກຄີ, ເປັນເອກະພາບໃນຫຼາຍຮູບຫຼາຍແບບ, ເດັດດ່ຽວໃນມາດຕະຖານການປະພຶດ ແລະຍຶດໝັ້ນຫຼັກໝັ້ນຂອງອາຊຽນ ໃນບັນດາບັນຫາສາກົນ, ພາກພື້ນ. ອາຊຽນ ຕ້ອງຍົກສູງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍແຫຼ່ງກໍາລັງພາຍໃນເພື່ອຮັກສາສະຖຽນລະພາບຍຸດທະສາດພາຍໃນ ແລະມີຍຸດທະສາດຢ່າງທັນທີຕໍ່ຄວາມສ່ຽງພາຍນອກ.

ທີສອງ, ຊຸກຍູ້ການເຊື່ອມຕໍ່ພາຍໃນສົມທົບກັບການເຊື່ອມຕໍ່ພາຍນອກ, ການເຊື່ອມຕໍ່ພາກລັດ-ເອກະຊົນ, ການເຊື່ອມຕໍ່ຫຼາຍຂົງເຂດ, ໃນນັ້ນຈຸດສຸມແມ່ນການເຊື່ອມຕໍ່ພື້ນຖານໂຄງລ່າງ, ລະບອບລະບຽບການ ແລະມະນຸດ ແມ່ນບຸກທະລຸຍຸດທະສາດໃຫ້ອາຊຽນ. ອາຊຽນ ຕ້ອງຊຸກຍູ້ການຫັນເປັນລະບອບລະບຽບການຢ່າງກົມກ່ຽວ, ສ້າງຄວາມສະດວກໃຫ້ການຄ້າສິນຄ້າ, ການບໍລິການ, ການລົງທຶນ. ອາຊຽນ ຕ້ອງຊຸກຍູ້ການເຊື່ອມຕໍ່ມະນຸດ, ການພົບປະແລກປ່ຽນປະຊາຊົນ, ທັງສ້າງຄວາມສະດວກໃຫ້ແກ່ການໄປມາຂອງປະຊາຊົນ, ນັກທຸລະກິດ ແລະຜູ້ອອກແຮງງານ.

ທີສາມ, ການປ່ຽນແປງໃໝ່ປະດິດສ້າງແມ່ນກຳລັງແຮງ ແລະກຳລັງໜູນຕົ້ນຕໍໃຫ້ອາຊຽນ ທ່ວງທັນກ້າວຂຶ້ນ ແລະລື່ນກາຍພາກພື້ນ ແລະໂລກ. ອາຊຽນ ຕ້ອງເສີມຂະຫຍາຍປັດໄຈມະນຸດເປັນໃຈກາງ, ອັດຕະພາບ, ເປົ້າໝາຍຊັບພະຍາກອນ ແລະກໍາລັງໜູນຂອງການປ່ຽນແປງໃໝ່ປະດິດຄິດສ້າງ, ເອົາໃຈໃສ່ເພີ່ມທະວີການຮ່ວມມືດ້ານການສຶກສາ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຍຸກໃໝ່.

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ພວມກະກຽມໃຫ້ໄລຍະພັດທະນາໃໝ່ ຈິນຕະນາການໃໝ່, ວິໄສທັດໃໝ່, ກໍາລັງໜູນໃໝ່ ແລະມະໂນພາບໃໝ່. ດ້ວຍຄວາມປາດຖະໜາຢາກປະກອບສ່ວນຫຼາຍກວ່າອີກໃຫ້ແກ່ການຮ່ວມມືໃນພາກພື້ນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ປະກາດວ່າ ຫວຽດນາມ ຈະສືບຕໍ່ຈັດຕັ້ງເວທີປາໄສອະນາຄົດອາຊຽນ ປີ 2025 ແລະຄາດວ່າບັນດາປະເທດຈະສືບຕໍ່ເອົາໃຈໃສ່ ແລະສະໜັບສະໜູນຫວຽດນາມ ຈັດຕັ້ງເຫດການນີ້ປະສົບຜົນສຳເລັດ.

ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນ ແລະສົມທົບກັນຢ່າງແໜ້ນແຟ້ນກັບ ມາເລເຊຍ ໃນບົດບາດເປັນປະທານອາຊຽນ ໃນປີ 2025 ເພື່ອສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່, ເປັນຂີດໝາຍ 10 ປີແຫ່ງການສ້າງປະຊາຄົມອາຊຽນ.

ມູນເຊື້ອສາມັກຄີເປັນຊັບສົມບັດອັນລ້ຳຄ່າຂອງ ຫວຽດນາມ-ລາວ-ກຳປູເຈຍ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45, ໃນວັນທີ 9 ຕຸລາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ Samdech Thipadei Hun Manet ນາຍົກລັດຖະມົນຕີກຳປູເຈຍ ໄດ້ມີໂອກາດຮັບປະທານອາຫານເຊົ້າ ແລະເຮັດວຽກນຳກັນເພື່ອກວດກາ, ຕີລາຄາ ແລະຊຸກຍູ້ການຮ່ວມມືລະຫວ່າງ 3 ປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ Hun Manet ນາຍົກລັດຖະມົນຕີກໍາປູເຈຍ ທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ນາຍົກລັດຖະມົນຕີ 3 ທ່ານ ເນັ້ນໜັກວ່າ ມູນເຊື້ອສາມັກຄີ, ຄວາມສະໜິດຕິດພັນ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງ ຫວຽດນາມ-ລາວ-ກໍາປູເຈຍ ເປັນຊັບສິນອັນລ້ຳຄ່າ, ເປັນພື້ນຖານຂອງການພັດທະນາການພົວພັນຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະເປັນປັດໄຈສຳຄັນໃນການຊຸກຍູ້ຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສາມປະເທດ.

ນາຍົກລັດຖະມົນຕີ 3 ທ່ານ ໄດ້ເຫັນດີເປັນເອກະພາບຕີລາຄາວ່າ ຫຼາຍກົນໄກຮ່ວມມື 3 ຝ່າຍລະຫວ່າງ ຫວຽດນາມ-ລາວ-ກໍາປູເຈຍ ໄດ້ຮັບການສ້າງຕັ້ງ ແລະເສີມຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງ ແລະເພີ່ມພູນຄູນສ້າງການຮ່ວມມືລະຫວ່າງ 3 ປະເທດ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ແມ່ນເສົາຄ້ຳສຳຄັນຂອງການພົວພັນຮ່ວມມືລະຫວ່າງ 3 ປະເທດ. ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນມີການປ່ຽນແປງຢ່າງແຂງແຮງ. ລາຍການພົບປະແລກປ່ຽນປະຊາຊົນນັບມື້ນັບອຸດົມສົມບຸນ. ການຮ່ວມມືຂອງພັກມີບົດບາດສຳຄັນ, ກໍານົດທິດທາງໃຫ້ການພົວພັນພັດທະນາ.

ບົນຈິດໃຈນັ້ນ, 3 ຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນໃນການຈັດຕັ້ງການພົບປະລະຫວ່າງຜູ້ນຳ 3 ພັກໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ກໍ່ສ້າງ ແລະພັດທະນາປະເທດ; ຮັກສາການພົບປະຂັ້ນສູງ ແລະທຸກຂັ້ນ, ທຸກຂະແໜງລະຫວ່າງສອງຝ່າຍ ແລະສາມຝ່າຍເປັນປະຈຳ; ເພີ່ມທະວີການພົບປະແລກປ່ຽນລະຫວ່າງຜູ້ນຳໜຸ່ມ ແລະຊາວໜຸ່ມ.

ນາຍົກລັດຖະມົນຕີ 3 ທ່ານ ເຫັນດີຊອກຫາມາດຕະການເພື່ອພັດທະນາກົນໄກຮ່ວມມື 2 ຝ່າຍ, 3 ປະເທດຢ່າງມີປະສິດທິຜົນ, ແທດຈິງກວ່າອີກ. ການນຳ 3 ປະເທດ ຍັງຢືນຢັນຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ, ພິເສດແມ່ນອາຊຽນ ແລະສປຊ; ສະໜັບສະໜູນ ກຳປູເຈຍ ຈັດຕັ້ງກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 20 ໃນປີ 2026 ໃຫ້ປະສົບຜົນສໍາເລັດ

ເສີມຂະຫຍາຍບົດບາດຂອງລັດຖະສະພາ, ຊາວໜຸ່ມ ແລະວິສາຫະກິດໃນວິວັດການກໍ່ສ້າງປະຊາຄົມອາຊຽນ

ຕອນບ່າຍວັນທີ 9 ຕຸລາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະການນຳບັນດາປະເທດອາຊຽນ ໄດ້ເຂົ້າຮ່ວມການເຈລະຈາກັບຜູ້ຕາງໜ້າສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະພາທີ່ປຶກສາທຸລະກິດ ອາຊຽນ (ASEAN – BAC) ແລະຊາວໜຸ່ມອາຊຽນ.

leftcenterrightdel
ການເຈລະຈາຂອງການນໍາອາຊຽນ ກັບຜູ້ຕາງໜ້າຊາວໜຸ່ມອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ບັນດາການເຈລະຈາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງບົດບາດ ແລະການເຂົ້າຮ່ວມຂອງບັນດາລັດຖະສະພາ, ວິສາຫະກິດ ແລະຊາວໜຸ່ມ, ປະກອບສ່ວນຜັນຂະຫຍາຍບັນດາບຸລິມະສິດ, ຈຸດສຸມຂອງອາຊຽນ. ເນັ້ນໜັກວ່າ ລະບອບລະບຽບການທັງແມ່ນກຳລັງໜູນ, ທັງແມ່ນຊັບພະຍາກອນໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະຍືນຍົງ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາລັດຖະສະພາສະມາຊິກຈົ່ງສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະກັນ ໃນການສ້າງລະບອບລະບຽບການ, ປະກອບສ່ວນຮັບປະກັນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການເຊື່ອມຕໍ່, ການພັດທະນາຢ່າງຮອບດ້ານ ແລະກວມລວມ.

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ບັນດາລັດຖະສະພາເສີມຂະຫຍາຍບົດບາດຕິດຕາມກວດກາສູງສຸດຕໍ່ບັນດາອົງການ, ໃນນັ້ນມີ ລັດຖະບານ, ສ້າງເງື່ອນໄຂສະດວກກວ່າໃຫ້ບັນດາລັດຖະບານເຂົ້າຮ່ວມ, ປະກອບສ່ວນໃຫ້ບັນດາເປົ້າໝາຍພັດທະນາ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງແຕ່ລະປະເທດຢ່າງມີປະສິດທິຜົນ.

ໂດຍ: ຈາງຫງວຽນ