leftcenterrightdel
ກຳມະກອນທ່າກຳປັ່ນ ອາເມລິກາ ເດີນຂະບວນປະທ້ວງຢຸດງານ. ພາບ: Reuters

ວັນທີ 4 ຕຸລາ, ການຢຸດງານທີ່ກໍ່ຄວາມຂາດວັກຂາດຕອນໃນການຂົນສົ່ງສິນຄ້າຢູ່ທ່າກຳປັ່ນທະເລແຫ່ງຕ່າງໆໃນທົ່ວເຂດທາງທິດຕາເວັນອອກອາເມລິກາ ໃນຕະຫຼອດໄລຍະ 3 ວັນຜ່ານມາໄດ້ສິ້ນສຸດລົງພາຍຫຼັງກຳມະບານ ແລະກຸ່ມບັນດາຜູ້ນຳໃຊ້ແຮງງານບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນ. ຕາມຂໍ້ຕົກລົງຊົ່ວຄາວແລ້ວ, ລະດັບເງິນເດືອນຂອງຜູ້ອອກແຮງງານຈະເພີ່ມເຕີມປະມານ 62% ໃນເວລາ 6 ປີ. ທັງສອງຝ່າຍໄດ້ປະກາດສັນຍາສະບັບນີ້ຈະໝົດຜົນສັກສິດໝົດໃນວັນທີ 15 ມັງກອນ 2025, ຫຼັງຈາກນັ້ນ ຈະກັບຄືນການເຈລະຈາເພື່ອປຶກສາຫາລືບັນດາບັນຫາທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ. ກ່ອນໜ້ານັ້ນ, ສະມາຄົມກຳມະກອນຂົນສົ່ງສາກົນ (ILA) ແລະສະຫະພັນການເດີນເຮືອອາເມລິກາ (USMX) ມີຄວາມຂັດແຍ້ງກັນກ່ຽວກັບບັນຫາເງິນເດືອນ ເມື່ອກຳມະບານກຳມະກອນຮຽກຮ້ອງເພີ່ມເງິນເດືອນ 77% ໃນເວລາ 6 ປີສ່ວນບັນດາຜູ້ນຳໃຊ້ແຮງງານສະເໜີເພີ່ມເງິນຢູ່ລະດັບ 40 – 50% ໃນໄລຍະດຽວກັນ, ພາໄປເຖິງການຢຸດງານຂອງກຳມະກອນທ່າກຳປັ່ນທະເລໃນທົ່ວເຂດທາງທິດຕາເວັນອອກອາເມລິກາ ອັດໄດ້ກໍ່ຄວາມຂາດວັກຂາດຕອນໃນການຂົນສົ່ງສິນຄ້າທາງທະເລ.

ແຫຼ່ງຄັດຈາກ: vovworld.vn