ນີ້ແມ່ນບັນດາກອງປະຊຸມສຸດຍອດໜຶ່ງດຽວໃນປີປະທານອາຊຽນ 2024 ຂອງລາວ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໄດ້ດໍາເນີນໃນຈຸດເວລາທີ່ສະພາບການໂລກ ແລະພາກພື້ນສືບຕໍ່ມີການຫັນປ່ຽນຢ່າງວ່ອງໄວ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສົ່ງຜົນສະທ້ອນຢ່າງແຮງເຖິງອາຊຽນ. ເສດຖະກິດໂລກຮັກສາທ່າອ່ຽງຟື້ນຟູໜ້ອຍໜຶ່ງ, ການຄ້າທົ່ວໂລກ ມີສັນຍານເຕີບໂຕຕັ້ງໜ້າຄືນໃໝ່, ແຕ່ບັນດາປັດໄຈຄວາມສ່ຽງຍັງມີຢູ່ຍ້ອນການປະທະກັນ ແລະຂາດສະຖຽນລະພາບຢູ່ຫຼາຍແຫ່ງ. ບັນດາສິ່ງທ້າທາຍບໍ່ເປັນການທະຫານ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ໄພທໍາມະຊາດ, ຄວາມໝັ້ນຄົງພະລັງງານ, ຄວາມໝັ້ນຄົງສະບຽງອາຫານ, ມີທ່າອ່ຽງຜັນແປສັບສົນກວ່າ. ເຖິງວ່າທ່າອ່ຽງໃຫຍ່ສືບຕໍ່ນຳມາ ເຊິ່ງກໍາລັງໜູນເຕີບໂຕໃໝ່ແຕ່ກໍ່ວາງອອກບັນດາຄວາມສ່ຽງຈຳເປັນຕ້ອງຮັບມືຢ່າງໃຫ້ມີປະສິດທິຜົນ, ຄື: ຄວາມໝັ້ນຄົງທາງອິນເຕີແນັດ, ການຄຸ້ມຄອງເຕັກໂນໂລຢີ, ປັນຍາປະດິດ...

ໃນສະພາບປະສົບກັບຄວາມຫຍຸ້ງຍາກຄືຈັ່ງຊັ້ນ, ອາຊຽນ ສືບຕໍ່ຮັກສາໄດ້ຄວາມສາມັກຄີ, ທີ່ຕັ້ງໝັ້ນຄົງແມ່ນບົດບາດໃຈກາງໃນຮ່າງປະກອບພາກພື້ນ; ແມ່ນແກ່ນສານຊຸກຍູ້ການເຈລະຈາ, ການຮ່ວມມື ແລະພັດທະນາ; ແມ່ນຈຸດໃຈກາງຂອງຫຼາຍຂໍ້ລິເລີ່ມ, ເຊື່ອມຈອດຢູ່ພາກພື້ນ, ຍົກສູງຄວາມສາມາດຮັບມືກັບບັນດາສິ່ງທ້າທາຍທີ່ພວກເກີດຂຶ້ນ, ປັບປຸງຫຼັກໝັ້ນຫຼັກການໃນບັນດາບັນຫາສາກົນ ແລະພາກພື້ນ. ອາຊຽນສືບຕໍ່ແມ່ນພາກພື້ນທີ່ພົ້ນເດັ່ນກ່ຽວກັບເສດຖະກິດດ້ວຍການເຕີບໂຕໃນປີ 2024 ຄາດວ່າ ບັນລຸ 4,6% ແລະປີ 2025 ຈະບັນລຸ 4,8%, ລື່ນກາຍລະດັບສະເລ່ຍຂອງໂລກ. ຫຼາຍຂອບການຮ່ວມມືໄດ້ຮັບການຊຸກຍູ້, ສະແດງໃຫ້ເຫັນຄວາມເປັນເຈົ້າການຂອງອາຊຽນ ໃນການກໍາແໜ້ນ ແລະໜູນໃຊ້ບັນດາກໍາລັງໜູນເຕີມໂຕໃໝ່, ຄື: ການເຈລະຈາສັນຍາເສດຖະກິດດີຈີຕອນອາຊຽນ; ຂໍ້ຕົກລົງແມ່ກ່ຽວກັບຕາໜ່າງໄຟຟ້າອາຊຽນ; ແຜນການກະກໍາອາຊຽນກ່ຽວກັບກະສິກໍາແບບຍືນຍົງ; ຂັ້ນຕອນມາດຕະຖານການຄ້າດີຈີຕອນອາຊຽນ...

leftcenterrightdel
ພາບປະກອບຈາກ: AFP/ສໍານັກຂ່າວສານຫວຽດນາມ

ເສີມຂະຫຍາຍຈິດໃຈ “ເພີ່ມທະວີການເຊື່ອມຈອດ ແລະຄວາມເຂັ້ມແຂງອາຊຽນ”, ອາຊຽນ ພາຍໃຕ້ບົດບາດຊັກນໍາຂອງລາວ ໃນຖານະເປັນປະທານອາຊຽນ 2024, ບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງໃນວິວັດການກໍ່ສ້າງປະຊາຄົມບົນພື້ນຖານຜັນຂະຫຍາຍບັນດາແຜນການສັງລວມປີ 2025 ໃນ 3 ເສົາຄໍ້າ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທໍາ-ສັງຄົມ, ປັບປຸງພື້ນຖານ ແລະສ້າງທ່າໃຫ້ໄລຍະ ພັດທະນາຕໍ່ໄປຂອງອາຊຽນ, ມຸ່ງເຖິງບັນດາເປົ້າໝາຍກ່ຽວກັບປະຊາຄົມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ ແລະຖືປະຊາຊົນເປັນໃຈກາງ, ສະໜິດຕິດແໜ້ນ, ຮ່ວມມືເລິກເຊິ່ງກວ້າງຂວາງເຖິງປີ 2045.

ເກືອບ 3 ທົດສະວັດເຂົ້າຮ່ວມ “ຊາຍຄາລວມ”, ຫວຽດນາມ ຍາມໃດກໍ່ຖືອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ. ເສັ້ນທາງພັດທະນາຂອງຫວຽດນາມ ໃນວິວັດການປ່ຽນແປງໃໝ່, ເຊື່ອມໂຍງຍາມໃດກໍ່ຕິດພັນກັບອາຊຽນ ແລະໄດ້ບັນລຸຜົນງານສໍາຄັນຫຼາຍຢ່າງໃນທຸກຂົງເຂດຂອງການພົວພັນແໜ້ນແຟ້ນນີ້.  ຫວຽດນາມ ຍາມໃດກໍ່ມານະພະຍາຍາມ ແລະປະກອບສ່ວນຢ່າງສຸດຈິດສຸດໃຈເພື່ອອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ມີຖານະບົດບາດ, ນັບມື້ນັບສູງໃນພາກພື້ນກໍ່ຄືໃນໂລກ. ນັບແຕ່ຕົ້ນປີ 2024, ຫວຽດນາມ ໄດ້ສົບທົບກັນຢ່າງແໜ້ນແຟ້ນກັບລາວ ພ້ອມກັບບັນດາປະເທດສະມາຊິກຜັນຂະຫຍາຍບັນດາບຸລິມະສິດ, ຂໍ້ລິເລີ່ມຮ່ວມມື, ສະໜັບສະໜູນ ແລະໜູນຊ່ວຍລາວ ດໍາລົງຕໍາແໜ່ງປະທານໝູນວຽນຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ໜ້າເອົາໃຈໃສ່ແມ່ນໃນເດືອນ ເມສາ ປີນີ້, ຫວຽດນາມ ຈັດຕັ້ງເວທີອະນາຄົດອາຊຽນ 2024, ດ້ວຍຫົວຂໍ້ “ກໍ່ສ້າງປະຊາຄົມອາຊຽນ ພັດທະນາໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ” ສໍາເລັດຜົນ, ອັນໄດ້ສະແດງໃຫ້ເຫັນບົດບາດ ແລະການປະກອບສ່ວນຂອງຫວຽດນາມ ໃນວຽກງານລວມຂອງພາກພື້ນ ແລະໂລກ.

ພາຍຫຼັງເກືອບ 6 ທົດສະວັດແຫ່ງການສ້າງຕັ້ງ ແລະພັດທະນາ, ອາດຢຶນຢັນໄດ້ວ່າ ບໍ່ມີເວລາໃດທີ່ອາຊຽນມີຖານະບົດບາດດີຄືໃນປະຈຸບັນ ແລະບໍ່ມີເວລາໃດທີ່ອາຊຽນ ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຄືໃນປະຈຸບັນ. ຍ້ອນເຫດນັ້ນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງແມ່ນໂອກາດເພື່ອໃຫ້ການນໍາທຸກທ່ານສຸມໃສ່ປຶກສາຫາລືວິວັດການກໍ່ສ້າງປະຊາຄົມອາຊຽນ, ໃນນັ້ນມີການຊຸກຍູ້ບັນດາແຜນການສັງລວມ ປີ 2025 ໃຫ້ສຳເລັດຖືກຕາມກຳນົດເວລາ, ສ້າງວິໄສທັດປະຊາຄົມອາຊຽນ 2045 ແລະບັນດາຍຸດທະສາດຜັນຂະຫຍາຍໃນໄລຍະຈະມາເຖິງ; ກວດກາ, ກໍານົດທິດການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ໂດຍສະເພາະແມ່ນຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ໄດ້ຮັບຄວາມເອົາໃຈໃສ່ຄືໃນປະຈຸບັນ; ພ້ອມທັງແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ສົ່ງຜົນກະທົບເຖິງອາຊຽນ ກໍ່ຄືເສີມຂະຫຍາຍລັກສະນະເປັນເຈົ້າການຂອງສະມາຄົມຕໍ່ໜ້າບັນດາສິ່ງທ້າທາຍຄືໃນປະຈຸບັນ.

ເຕີບໃຫຍ່ ແລະເຕີບໃຫຍ່ເຂັ້ມແຂງຜ່ານຄວາມຫຍຸ້ງຍາກລໍາບາກ, ສິ່ງທ້າທາຍ, ອາຊຽນແມ່ນສັນຍາລັກແຫ່ງກໍາລັງແຮງສາມັກຄີ, ມານະພະຍາຍາມ ແລະຈິດໃຈເຂັ້ມແຂງໂດຍຕົນເອງ. ໃນສະຖານະການສາກົນ ແລະພາກພື້ນມີການກະທົບຫຼາຍສົ້ນ,... ອາຊຽນເຕົ້າໂຮມທຸກເງື່ອນໄຂເພື່ອຮັບມືຢ່າງກົມກຽວກັບການຫັນປ່ຽນຂອງສະໄໝ ແລະແນວແນວ່າຈະສືບຕໍ່ພັດທະນາຢ່າງແຮງໃນທົດສະວັດຕໍ່ໜ້າ. ອາຊຽນ ເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ, ປະດິດສ້າງ ແລະຖືປະຊາຊົນເປັນໃຈກາງແມ່ນຜົນປະໂຫຍດລວມຂອງພວກເຮົາ. ຫວຽດນາມ ໄດ້, ກໍາລັງ ແລະຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບບັນດາປະເທດສະມາຊິກອາຊຽນ ປະກອບສ່ວນປະຕິບັດສໍາເລັດເປົ້າໝາຍອັນສູງສົ່ງນີ້.

ໂດຍ: ໄຊນີດາ