ເຖິງຢ່າງໃດກໍ່ຕາມ, ດ້ວຍລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ 3 ຄາດວ່າເພີ່ມຂຶ້ນ 7,4% ແລະ GDP ໃນໄລຍະ 9 ເດືອນເພີ່ມຂຶ້ນ 6,82% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ກະຊວງແຜນການ ແລະການລົງທຶນ ຫວຽດນາມ ຍັງສືບຕໍ່ລາຍງານຕໍ່ລັດຖະບານຮັກສາເປົ້າໝາຍສູ້ຊົນບັນລຸລະດັບເຕີບໂຕຂອງທັງປີແມ່ນ 7%.

leftcenterrightdel
ທ່ານຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ເຈິ່ນກວກເຟືອງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: vovworld.vn

ກ່ຽວກັບມາດຕະການແກ້ໄຂ, ທ່ານຮອງລັດຖະມົນຕີ ເຈິ່ນກວກເຟືອງ ໃຫ້ຮູ້ວ່າ: “ໃນບົດລາຍງານ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ສະເໜີຕໍ່ນາຍົກລັດຖະມົນຕີ 2 ບໍລິເວນຈຸດສຸມທີ່ບັນລຸລະດັບເຕີບໂຕສູງກວ່າ ແມ່ນຈະປະກອບສ່ວນສົ່ງຜົນກະທົບທີ່ດີຕໍ່ລະດັບການເຕີບໂຕເສດຖະກິດຂອງທົ່ວປະເທດ, ນັ້ນແມ່ນ, ຮ່າໂນ້ຍ ແລະນະຄອນ ໂຮ່ຈີມິນ. ດ້ວຍຈິດໃຈຄືແນວນັ້ນ, ໃນໄລຍະຈະມາເຖິງທາງກະຊວງຈະສົມທົບກັບຫ້ອງວ່າການລັດຖະບານ ເພື່ອສ້າງມະຕິກອງປະຊຸມສະໄໝສາມັນຂອງລັດຖະບານໃຫ້ສົມບູນແບບ, ເພື່ອຜັນຂະຫຍາຍການປະຕິບັດບັນດາການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ”.

ແຫຼ່ງຄັດຈາກ: vovworld.vn