ທີ່ການຕ້ອນຮັບ, ທ່ານ ເລືອງເກື່ອງ ຊົມເຊີຍ 75 ປີແຫ່ງວັນຊາດຈີນ ແລະບັນດາຜົນງານເຊິ່ງປະຊາຊົນຈີນ ບັນລຸໄດ້ໃນ 75 ປີຜ່ານມາ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ; ຊົມເຊີຍ ທ່ານ He Wei ທີ່ພັກ ແລະລັດຈີນ ໄດ້ເຊື່ອໝັ້ນເລືອກຕັ້ງເປັນເອກອັກຄະລັດຖະທູດຈີນ ປະຈໍາ ຫວຽດນາມ; ທັງເຊື່ອໝັ້ນວ່າ ດ້ວຍບົດຮຽນທີ່ອຸດົມສົມບູນຂອງຕົນ, ທ່ານ ເອກອັກຄະລັດຖະທູດ ຈະມີການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງສອງພັກ, ສອງລັດ; ສະແດງຄວາມປິຕິຊົມຊື່ນກ່ຽວກັບບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ເລິກເຊິ່ງ ແລະຮອບດ້ານໃນການພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະຜ່ານມາ; ຢັ້ງຢືນການຖືເປັນສໍາຄັນຕໍ່ເລື່ອງພັດທະນາການພົວພັນກັບຈີນວ່າ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ໃນໄລຍະທີ່ຈະມາເຖິງ, ທ່ານ ເລືອງເກື່ອງ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຊຸກຍູ້ການແລກປ່ຽນຂັ້ນສູງຢ່າງເປັນປະຈໍາ, ຜັນຂະຫຍາຍຢ່າງມີປະສິດທິຜົນບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງພັກ, ສອງລັດ, ລົງເລິກຮ່ວມມືແທດຈິງໃນທຸກຂົງເຂດ, ພິເສດແມ່ນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ; ເພີ່ມທະວີການເຊື່ອມຕໍ່ຍຸດທະສາດ, ເຊິ່ງກ່ອນອື່ນໝົດແມ່ນຜັນຂະຫຍາຍວຽກງານກໍ່ສ້າງເສັ້ນທາງລົດໄຟພາກເໜືອຂອງຫວຽດນາມ ເຊື່ອມຕໍ່ກັບຈີນ ໃຫ້ດີ; ຜັນຂະຫຍາຍບັນດາມາດຕະການແທດຈິງໃນປີພົບປະແລກປ່ຽນມະມຸດສະທໍາຫວຽດນາມ - ຈີນ ປີ 2025 ເນື່ອງໃນໂອກາດ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ປັບປຸງພື້ນຖານສັງຄົມຂອງການພົວພັນສອງຝ່າຍ; ປະຕິບັດຄວາມຮັບຮູ້ລວມຂອງຂັ້ນສູງຢ່າງເຂັ້ມງວດ, ມານະພະຍາຍາມຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນເປັນຢ່າງດີ.

ທ່ານ He Wei ເອກອັກຄະລັດຖະທູດຂອບໃຈທ່ານ ເລືອງເກື່ອງ ກ່ຽວກັບຄວາມຄິດເຫັນຊີ້ນໍາສໍາຄັນເພື່ອສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດຈີນ-ຫວຽດນາມ ມີຄວາມໝາຍຍຸດທະສາດນັບມື້ນັບພັດທະນາ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ; ຢັ້ງຢືນວ່າ ການນໍາພັກ, ລັດ ແລະປະຊາຊົນຈີນ ຖືເປັນສໍາຄັນຢ່າງສູງຕໍ່ການພົວພັນກັບຫວຽດນາມ, ຖືຫວຽດນາມ ແມ່ນທິດບຸລິມະສິດໃນນະໂຍບາຍການທູດບ້ານໃກ້ເຮືອນຄຽງຂອງຈີນ.

ໂດຍ: ໄຊນີດາ