HSC ແມ່ນຂໍ້ລິເລີ່ມຂອງທ່ານ Olaf Scholz ນາຍົກລັດຖະມົນຕີເຢຍລະມັນ, ໄດ້ຍົກອອກຢູ່ກອງປະຊຸມສຸດຍອດກ່ຽວກັບເປົ້າໝາຍພັດທະນາແບບຍືນຍົງປີ 2023. ກອງປະຊຸມດໍາເນີນແຕ່ວັນທີ 7 ຫາວັນທີ 8 ຕຸລາ, ດ້ວຍຫຼາຍວາລະປຶກສາຫາລື, ໂອ້ລົມສົນທະນາຫົວເລື່ອງສະເພາະເພື່ອຊຸກຍູ້ບັນດາຂໍ້ລິເລີ່ມ, ຄວາມມານະພະຍາຍາມຂອງທັງທຸກຝ່າຍທີ່ກ່ຽວຂ້ອງໃນການຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ.  ພາບ: ແມ້ງຮຸ່ງ

ຕອນບ່າຍວັນທີ 7 ຕຸລາ, ທີ່ Hamburg, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານນາງ Svenja Schulze ລັດຖະມົນຕີກະຊວງຮ່ວມມືພັດທະນາສະຫະພັນເຢຍລະມັນ. ທ່ານ ໂຮ່ດຶກເຝິກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບເຢຍລະມັນ; ຕີລາຄາສູງໃນເກືອບ 5 ທົດສະວັດແຫ່ງການສ້າງຕັ້ງການພົວພັນທາງການທູດ, ສອງປະເທດຍາມໃດກໍ່ມານະພະຍາຍາມຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ; ສະເໜີໃຫ້ລັດຖະບານເຢຍລະມັນ ສົ່ງເສີມບັນດາວິສາຫະກິດຊຸກຍູ້ການຮ່ວມມືລົງທຶນ ແລະຖ່າຍທອດເຕັກໂນໂລຢີຊ່ວຍຫວຽດນາມ ພັດທະນາພື້ນຖານເສດຖະກິດສີຂຽວ, ພິເສດແມ່ນບັນດາໂຄງການໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ, hydrogen ສີຂຽວ; ສະເໜີເຢຍລະມັນ ສືບຕໍ່ໜູນຊ່ວຍ ODA ເພື່ອໃຫ້ຫວຽດນາມ ຜັນຂະຫຍາຍບັນດາໂຄງການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

ທ່ານນາງ Svenja Schulze ຢືນຢັນວ່າ ການຮ່ວມມືກັບຫວຽດນາມ ຍິ່ງມີຄວາມສໍາຄັນກັບເຢຍລະມັນ; ຕີລາຄາສູງບັນດາຜົນງານ ພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ; ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາທີ່ຕັ້ງໜ້າຂອງການພົວພັນສອງປະເທດ; ເຫັນດີເປັນເອກະພາບວ່າສອງຝ່າຍຕ້ອງຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່ຄືພະລັງງານທົດແທນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ...

ເນື່ອງໃນໂອກາດນີ້, ທ່ານ ໂຮ່ດຶກເຝິກ ໄດ້ຕ້ອນຮັບທ່ານນາງ Mafalda Duarte ຜູ້ອໍານວຍການບໍລິຫານກອງທຶນດິນຟ້າອາກາດສີຂຽວ (GCF); ພົບປະກັບທ່ານນາງ Tariye Gbadegesin, ຜູ້ອໍານວຍການບໍລິຫານກອງທຶນດິນຟ້າອາກາດ.

ໂດຍ: ໄຊນີດາ