leftcenterrightdel
ການບຸກໂຈມຕີຂອງກຳລັງ Hezbollah  ເລັ່ງໃສ່ອິດສະລາແອັນ. ພາບ: IRNA/ສໍານັກຂ່າວສານຫວຽດນາມ

Hezbollah ໃຫ້ຮູ້ວ່າ ເຂົາເຈົ້າ ໄດ້ບຸກໂຈມຕີ ດ້ວຍລູກສອນໄຟ “Fadi 1” ທີ່ເລັ່ງໃສ່ເປົ້າໝາຍແມ່ນຖານທີ່ໝັ້ນຂອງກອງທັບຢູ່ທາງທິດໃຕ້ນະຄອນ Haifa .  ໃນນັ້ນ, ບັນດາພາຫະນະສື່ມວນຊົນໄດ້ແຈ້ງໃຫ້ຊາບວ່າ ລູກສອນໄຟ 2 ລູກໄດ້ຍິງຖືກ Haifa. ຕາມຕຳຫຼວດອິດສະລາແອັນແລ້ວ, ມີຕຶກອາຄານ ແລະຊັບສິນຈຳນວນໜຶ່ງຖືກເປ່ເພ, ມີຜູ້ຮັບບາດເຈັບຈຳນວນໜຶ່ງ.

ກ່ຽວຂ້ອງເຖິງຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງ, ຕອນເຊົ້າວັນທີ 7 ຕຸລາ ສຳນັກຂ່າວສານແຫ່ງລັດ ອີຣານ IRNA ໄດ້ລົງຂ່າວວ່າ ອຳນາດການປົກຄອງ ອີຣານໄດ້ປະກາດເຊື່ອມຕໍ່ການຄົມມະນາຄົມທາງການບິນພາຍຫຼັງຖ້ຽວບິນຈຳນວນໜຶ່ງຖືກຍົກເລີກຍ້ອນການເຄື່ອນໄຫວທີ່ຖືກຈຳກັດ. ເມື່ອແລກປ່ຽນກັບວົງການນັກຂ່າວ, ທ່ານ Jafar Yazarloo ໂຄສົກອົງການການບິນພົນລະເຮືອນ ອີຣານ ໃຫ້ຮູ້ວ່າ: ບັນດາຖ້ຽວບິນໄດ້ຮັບການຂຸດຄົ້ນຄືນໃໝ່ນັບແຕ່ເວລາ 23 ໂມງຂອງຕອນຄ່ຳວັນທີ 6 ຕຸລາ, ຕາມເວລາທ້ອງຖິ່ນ ແລະໄດ້ປະຕິບັດຢ່າງຖືກຕ້ອງຕາມແຜນການການບິນ.

ແຫຼ່ງຄັດຈາກ: vovworld.vn