leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ນັກຂ່າວ: ຂໍທ່ານເອກອັກຄະລັດຖະທູດໃຫ້ຮູ້ບັນຍາກາດຢູ່ລາວກໍ່ຄືຈິດໃຈກຽມພ້ອມໃຫ້ແກ່ການຈັດກອງປະຊຸມສໍາຄັນນີ້ຂອງປະເທດປະທານອາຊຽນ 2024?

ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ: ສາມາດເຫັນໄດ້ວ່າ, ພາຍຫຼັງຄວາມສໍາເລັດຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (AMM 57) ແລະບັນດາກອງປະຊຸມທີ່ກ່ຽວຂ້ອງໃນເດືອນ ກໍລະກົດ ຜ່ານມາ, ບັນຍາກາດຢູ່ນະຄອນຫຼວງວຽງຈັນ ສືບຕໍ່ຟົດຟື້ນນັບທັງຢູ່ຖະໜົນຫົນທາງກໍ່ຄືຢູ່ໃນສໍານັກງານ, ອົງການດ້ວຍຈິດໃຈອອກແຮງງານ, ເຮັດວຽກຢ່າງຕັ້ງໜ້າຂອງປະຊາຊົນລາວ ເວົ້າລວມ ແລະພະນັກງານ, ລັດຖະກອນເວົ້າສະເພາະ, ປາດຖະໜາຢາກມີການກະກຽມຢ່າງຮອບຄອບຖີ່ຖ້ວນທີ່ສຸດ ເພື່ອຕ້ອນຮັບປະມຸກລັດ, ຜູ້ນໍາໜ້າລັດຖະບານບັນດາປະເທດໃນພາກພື້ນ ແລະບັນດາປະເທດ, ຄູ່ຮ່ວມມືທີ່ມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງເຊິ່ງຈະດໍາເນີນໃນລະຫວ່າງວັນທີ 8 ຫາວັນທີ 11 ຕຸລາ ນີ້.

ຫວ່າງແລ້ວນີ້, ກະຊວງການຕ່າງປະເທດລາວ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບວຽກງານກະກຽມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ. ຕາມນັ້ນແລ້ວ, ຈະມີປະມານ 20 ການເຄື່ອນໄຫວຫຼັກ, ດ້ວຍການເຂົ້າຮ່ວມຂອງການນໍາບັນດາປະເທດອາຊຽນ ແລະບັນດາປະເທດ, ຄູ່ຮ່ວມມື, ພ້ອມດ້ວຍແຂກທີ່ຖືກເຊີນແມ່ນຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍບົດຮຽນສອງເທື່ອທີ່ລາວ ເຄີຍດໍາລົງຕໍາແໜ່ງເປັນປະທານອາຊຽນ (ປີ 2004 ແລະ2016) ພ້ອມກັບການຈັດຕັ້ງສໍາເລັດບັນດາກອງປະຊຸມໃນຂອບເຂດປີ 2024 ນັບແຕ່ຕົ້ນປີມາຮອດປະຈຸບັນ, ດ້ວຍການກະກຽມຢ່າງລະອຽດ, ກຽມພ້ອມທຸກດ້ານຂອງລາວ ໃນປະຈຸບັນກໍ່ຄືການສະໜັບສະໜູນຢ່າງຕັ້ງໜ້າ, ມີປະສິດທິຜົນຂອງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ປະເທດລາວ ຈະຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ຈະມາເຖິງນີ້ໃຫ້ສຳເລັດຢ່າງຈົບງາມ.

leftcenterrightdel
ລາວ ເພີ່ມທະວີຮັບປະກັນຄວາມສະຫງົບປອດໄພໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ທ່ານເອກອັກຄະລັດຖະທູດຕີລາຄາຄືແນວໃດກ່ຽວກັບຄວາມມານະພະຍາຍາມຂອງລາວ ຕະຫຼອດປີອາຊຽນ 2024 ໃນການປະຕິບັດ ບັນດາໂຄງການດໍາເນີນງານທີ່ວາງອອກ, ພິເສດຕໍ່ໜ້າຂີດໝາຍອາຊຽນ ຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ?

ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ: ປະເທດລາວ ຮັບດໍາລົງຕໍາແໜ່ງເປັນປະທານອາຊຽນ ໃນຈຸດເວລາທີ່ສໍາຄັນຍິ່ງໃນວິວັດການກໍ່ສ້າງປະຊາຄົມ, ດ້ວຍເລື່ອງອາຊຽນ ຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ.

ຂ້າພະເຈົ້າຕີລາຄາສູງ ແລະຊົມເຊີຍເພື່ອນລາວ ກ່ຽວກັບໝາກຜົນທີ່ບັນລຸໄດ້ໃນການກະກຽມ ແລະຈັດຕັ້ງສໍາເລັດບັນດາລາຍການ, ການເຄື່ອນໄຫວສໍາຄັນຂອງອາຊຽນ ໃນໄລຍະຜ່ານມາ.

ປີ 2024 ໄດ້ພິສູດໃຫ້ເຫັນຄວາມມານະພະຍາຍາມທີ່ກະໂດດຂັ້ນຂອງລາວ ໃນບົດບາດປະທານອາຊຽນ. ສາມາດເວົ້າໄດ້ວ່າ, ມາຮອດຈຸດເວລາ ໃນປະຈຸບັນ, ປະທານອາຊຽນ ໄດ້ ແລະກໍາລັງປະຕິບັດບັນດາໂຄງການດໍາເນີນງານທີ່ວາງອອກໄດ້ເປັນຢ່າງດີດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະຄວາມເຂັ້ມແຂງອາຊຽນ”, ໂດຍສະເພາະແມ່ນການຈັດຕັ້ງສໍາເລັດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57 (AMM 57) ໃນເດືອນ ກໍລະກົດ ຜ່ານມາ. ເລື່ອງບັນລຸໄດ້ຖະແຫຼງການຮ່ວມຂອງກອງປະຊຸມ AMM 57 ອາດຖືວ່າແມ່ນຜົນງານທີ່ມີຄວາມສໍາຄັນຍິ່ງໃນປີປະທານອາຊຽນ 2024 ຂອງລາວ.

ຄຽງຄູ່ກັບບົດບາດປະທານອາຊຽນ 2024, ລາວໄດ້ມານະພະຍາຍາມ ແລະໃຫ້ຄໍາໝັ້ນສັນຍາຢ່າງແຮງຕໍ່ກັບເປົ້າໝາຍລວມຂອງອາຊຽນ ຄື ຊຸກຍູ້ຄວາມສາມັກຄີ, ເຫັນດີເປັນເອກະພາບ ແລະຮັກສາບົດບາດໃຈກາງຂອງອາຊຽນ; ຕັ້ງໜ້າເຊື່ອມຕໍ່ການເຄື່ອນໄຫວດ້ານເສດຖະກິດ, ຫັນປ່ຽນດີຈີຕອນ ແລະເຊື່ອມໂຍງເຂົ້າກັບພາກພື້ນ; ເພີ່ມທະວີການຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ,  ປົກປັກຮັກສາສິ່ງແວດລ້ອມ, ແມ່ຍິງ-ເດັກນ້ອຍ ແລະການແພດ. ພ້ອມທັງຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ພັດທະນາ ແລະເຮັດໃຫ້ການພົວພັນຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ.

ບັນດາຜົນງານທີ່ບັນລຸໄດ້ໃນປີບໍ່ພຽງແຕ່ເປັນການຢືນຢັນບົດບາດ, ທີ່ຕັ້ງຂອງລາວ ເທົ່ານັ້ນ ຫາກຍັງປະກອບສ່ວນສ້າງທ່າພັດທະນາແບບຍືນຍົງຂອງອາຊຽນ ໃນອະນາຄົດ, ສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງ, ສະຖຽນລະພາບ ແລະການເຕີບໂຕຂອງພາກພື້ນ.

ນັກຂ່າວ: ໃນຕະຫຼອດປີ 2024, ຫວຽດນາມ ໄດ້ສະໜັບສະໜູນ ແລະຊ່ວຍເຫຼືອລາວ ຄືແນວໃດໃນການດໍາລົງຕໍາແໜ່ງບົດບາດປະທານອາຊຽນ ແລະຄວາມໝາຍຂອງການຮ່ວມເດີນທາງນີ້ສໍາລັບການພົວພັນ 2 ປະເທດ ເວົ້າສະເພາະກໍ່ຄືໃນຊາຍຄາລວມຂອງອາຊຽນ ເວົ້າລວມ?

ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ: ນັບແຕ່ປະເທດລາວ ຮັບດໍາລົງຕໍາແໜ່ງປະທານອາຊຽນ 2024 ໃນທ້າຍປີ 2023 ແລະໃນຕະຫຼອດ ປີ 2024, ບົນພື້ນຖານການພົວພັນສາມັກຄີແບບພິເສດ ແລະມູນເຊື້ອການສົມທົບ, ໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງສອງປະເທດຢູ່ເວທີປາໄສຫຼາຍຝ່າຍ, ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບົດບາດມິດສະຫາຍ, ອ້າຍນ້ອງ, ເພື່ອນມິດຂອງລາວ ຜ່ານການສະໜັບສະໜູນ ແລະຊ່ວຍເຫຼືອລາວ ຢ່າງຕັ້ງໜ້າ, ມີປະສິດທິຜົນຜ່ານຮູບການທັງວັດຖຸ ແລະແບ່ງປັນບົດຮຽນ.

leftcenterrightdel
ຫວຽດນາມ ໜູນຊ່ວຍລາວ ຮັບປະກັນຄວາມສະຫງົບໃຫ້ປີປະທານອາຊຽນ 2024. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຢ້ຽມຢາມ, ການພົບປະລະຫວ່າງການນໍາຂັ້ນສູງ ແລະທຸຸກຂັ້ນຂອງສອງປະເທດ, ຫວຽດນາມ ກໍ່ໃຫ້ຄໍາໝັ້ນສັນຍາວ່າ ຈະໜູນຊ່ວຍຈົນສຸດຄວາມສາມາດໃນທຸກດ້ານ ເພື່ອໃຫ້ລາວ ດໍາລົງພາລະບົດບາດສໍາຄັນນີ້ໃຫ້ສຳເລັດ, ນັບແຕ່ການຈັດຕັ້ງບັນດາເຫດການສໍາຄັນຈົນເຖິງການປະກອບສ່ວນເຂົ້າໃນບັນດາບັນຫາຍຸດທະສາດຂອງພາກພື້ນ, ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍລາວ ໃນການຊຸກຍູ້ແຜນການຍຸດທະສາດຂອງວິໄສທັດປະຊາຄົມອາຊຽນ ຮອດ 2025.

ບໍ່ພຽງແຕ່ທາງດ້ານການທູດເທົ່ານັ້ນ, ຫວຽດນາມ ຍັງໜູນຊ່ວຍລາວ ຊຸກຍູ້ເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ການສຶກສາ ແລະບັນດາໂຄງການຮ່ວມມືສອງຝ່າຍອີກດ້ວຍ, ປະກອບສ່ວນເຂົ້າໃນສະຖຽນລະພາບ ແລະການພັດທະນາແບບຍືນຍົງຂອງພາກພື້ນອາຊຽນ.

ການຮ່ວມເດີນທາງນີ້ບໍ່ພຽງແຕ່ສະແດງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະ ເທດເທົ່ານັ້ນ ຫາກຍັງປະກອບສ່ວນຍົກສູງທີ່ຕັ້ງຂອງສອງປະເທດໃນປະຊາຄົມສາກົນ, ພ້ອມທັງ ຜ່ານນັ້ນ ປະກອບສ່ວນປັບປຸງບົດບາດໃຈກາງຂອງອາຊຽນໃນການຮັບມືກັບບັນດາສິ່ງທ້າທາຍພາກພື້ນ, ຮັບປະກັນຄວາມສາມັກຄີແບບພິເສດ ແລະພັດທະນາແບບຍືນຍົງຂອງທົ່ວປະຊາຄົມ.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ໄຊນີດາ