ວາລະໄຂກອງປະຊຸມຄະນະກຳມະການເສດຖະກິດ-ການເງິນ (ຄະນະກຳມະການ 2) ຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ສິ້ນສຸດລົງໃນວັນທີ 9 ກັນຍາ, ພາຍຫຼັງຈັດຂຶ້ນເປັນເວລາ 2 ວັນ, ຢູ່ນະຄອນນິວຢອກ, ປະເທດອາເມລິກາ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn

ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ, ສະແດງຄວາມວິຕົກກັງວົນເມື່ອຄາດຄະເນວ່າ ມີ 80% ບັນດາເປົ້າໝາຍພັດທະນາແບບຍືນຍົງຢືນຢູ່ຕໍ່ໜ້າຄວາມສ່ຽງບໍ່ສາມາດປະຕິບັດໄດ້ຖືກຕາມຂໍ້ກຳນົດເວລາຍ້ອນຜົນສະທ້ອນຂອງຄວາມເຄັ່ງຕຶງດ້ານການເມືອງ, ວິກິດການມະນຸດສະທຳ, ສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະຄວາມຂາດຄວາມສະເໝີພາບເພີ່ມຂຶ້ນ.

ທ່ານສະເໜີຕ້ອງດັດປັບໂຄງສ້າງການເງິນສາກົນ, ໃນນັ້ນມີບັນດາລະບອບການເງິນສາກົນ ແລະທະນາຄານພັດທະນາຫຼາຍຝ່າຍເພື່ອຮັບປະກັນການເຂົ້າຮ່ວມຂອງບັນດາປະເທດພວມພັດທະນາເຂົ້າໃນການຄຸ້ມຄອງເສດຖະກິດທົ່ວໂລກ. ບັນດາປະເທດຕ້ອງຍູ້ແຮງການກະທຳດ້ານການປ່ຽນແປງຂອງດິນຟ້າອາກາດຜ່ານການປະຕິບັດຄຳໝັ້ນສັນຍາ ແລະເພີ່ມທະວີດ້ານການເງິນໃຫ້ແກ່ຫວຽດນາມ. ຫວຽດນາມ ຊົມເຊີຍຄວາມມານະພະຍາຍາມຂອງສະຫະປະຊາຊາດ ແລະບັນດາຄູ່ຮ່ວມມືສາກົນໃນການປະຕິບັດການພົວພັນຄູ່ຮ່ວມມືກ່ຽວກັບການຫັນປ່ຽນພະລັງງານຢ່າງຍຸຕິທຳ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ