leftcenterrightdel
ພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ວັງ Elysée, ນະຄອນຫຼວງ ປາຣີ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະທ່ານປະທານາທິບໍດີ Emmanuel Macron ໄດ້ມີການແລກປ່ຽນຮອບດ້ານກ່ຽວກັບສະພາບເສດຖະກິດ - ສັງຄົມຂອງແຕ່ລະປະເທດ, ການຮ່ວມມືສອງຝ່າຍ ແລະບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳສອງທ່ານສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າໃນການພົວພັນລະຫວ່າງສອງປະເທດ, ພິເສດແມ່ນດ້ານການເມືອງ - ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ, ການສຶກສາ. ສອງຝ່າຍໄດ້ເຫັນດີນໍາກັນຍົກລະດັບ ແລະເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງລະຫວ່າງພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດ.

ການນຳສອງທ່ານຍັງເຫັນດີເປັນເອກະສັນປະກາດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະເຫັນດີເປັນເອກະພາບຕໍ່ບັນດາທິດທາງ ແລະມາດຕະການໃຫຍ່ ເພື່ອແນໃສ່ນຳຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ຝຣັ່ງ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະເໝາະສົມກັບຂອບເຂດການຮ່ວມມືລະຫວ່າງ 2 ປະເທດໃນສະພາບການໃໝ່. ດ້ວຍຂໍ້ຕົກລົງດັ່ງກ່າວ, ຝຣັ່ງ ກາຍເປັນປະເທດທຳອິດໃນສະຫະພາບ ເອີລົບ (ອີຢູ) ທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ.

ສອງຝ່າຍຕີລາຄາການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນ; ເຫັນດີຜັນຂະຫຍາຍບັນດາເອກະສານຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ຈັດຕັ້ງການເຈລະຈາຍຸດທະສາດດ້ານປ້ອງກັນຊາດ,  ປ້ອງກັນຄວາມສະຫງົບໂດຍໄວ; ສົມທົບ ແລະໜູນຊ່ວຍກັນໃນການບໍາລຸງກໍ່ສ້າງນາຍທະຫານ, ແບ່ງປັນບົດຮຽນປະສົບການໃນການຕ້ານ  ແລະສະກັດກັ້ນອາດຊະຍາກຳ; ສະໜັບສະໜູນ ເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສຄວາມໝັ້ນຄົງຢູ່ພາກພື້ນ ແລະ ໂລກ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ດໍາເນີນການເຈລະຈາກັບທ່ານ Emmanuel Macron ປະທານາທິບໍດີຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບດ້ານເສດຖະກິດ-ການຄ້າ, ສອງຝ່າຍຕີລາຄາສູງການຮ່ວມມືລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງສອງປະເທດ ໃນຂົງເຂດນີ້; ເຫັນດີສືບຕໍ່ຊຸກຍູ້ບ້ວງເງິນກູ້ຢືມພິເສດ ແລະເງິນທຶນ ODA ໃຫ້ແກ່ຫວຽດນາມ; ສົ່ງເສີມບັນດາອົງການ, ວິສາຫະກິດຂອງສອງປະເທດສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ຢ່າງຄົບຖ້ວນ ແລະມີປະສິດທິຜົນ.

ທ່ານປະທານາທິບໍດີຝຣັ່ງ ຕີລາຄາສູງຄຳໝັ້ນສັນຍາຂອງຫວຽດນາມ ໃນການປະຕິບັດການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານໃຫ້ມີຄວາມຍຸຕິທຳ (JETP) ແລະການຫັນປ່ຽນສີຂຽວ. 2 ຝ່າຍເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ຝຣັ່ງ ມີທ່າແຮງເຊັ່ນ: ພື້ນຖານໂຄງລ່າງ, ການບິນອະວະກາດ, ວິທະຍາສາດ-ເຕັກໂນໂລຢີ, ພະລັງງານທົດແທນ, ພະລັງງານໄຮໂດເຈນ...

ໃນຂົງເຂດສາທາລະນະສຸກ ແລະການສຶກສາ, 2 ຝ່າຍເຫັນດີຍູ້ແຮງການບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ນັກສຶກສາຫວຽດນາມ ໄປຮ່ຳຮຽນຢູ່ຝຣັ່ງ ດ້ວຍທຶນສຶກສາຫຼາຍຕື່ມອີກ. ສົ່ງເສີມໃຫ້ປະຊາຊົນສອງປະເທດເຂົ້າຮ່ວມເຫດການວັດທະນະທຳສຳຄັນຂອງແຕ່ລະປະເທດ.

ກ່ຽວກັບການຮ່ວມມືດ້ານກະສິກຳ, 2 ຝ່າຍເຫັນດີເປັນເອກະພາບເປີດກວ້າງການຮ່ວມມືໃນຂົງເຂດກະສິກຳນິເວດ, ກະສິກຳໝູນວຽນ, ການຮ່ວມມື 3 ຝ່າຍລະຫວ່າງ ຫວຽດນາມ, ຝລັ່ງ ແລະ ບັນດາປະເທດທາງທິດໃຕ້ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນທົ່ວໂລກ.

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍຕີລາຄາບົດບາດໃຈກາງຂອງອາຊຽນໃນພາກພື້ນ; ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຊຸກຍູ້ການພົວພັນຝຣັ່ງ ກັບ ອາຊຽນ ກໍ່ຄືການພົວພັນລະຫວ່າງ ອີຢູ - ອາຊຽນ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນຄື ASEM, ຂອບການຮ່ວມມື ອາຊຽນ - ອີຢູ, ຝຣັ່ງໂກໂຟນີ, ສະຫະປະຊາຊາດ.

ກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ທ່ານປະທານາທິບໍດີຝຣັ່ງ ເນັ້ນໜັກວ່າ: ຝລັ່ງ ຕີລາຄາສູງທັດສະນະຂອງຫວຽດນາມ ກ່ຽວກັບການຢຸດຕິການໃຊ້ຄວາມຮຸນແຮງ, ຫຼຸດຜ່ອນຄວາມເຄັ່ງຕຶງ, ຮຽກຮ້ອງໃຫ້ທຸກຝ່າຍແກ້ໄຂການປະທະກັນຢູ່ ຢູແກຼນ ແລະ ຕາເວັນອອກກາງ... ໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ. ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍຢັ້ງຢືນຄືນໃໝ່ເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະການບິນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ເໝາະສົມກັບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍ ວ່າດ້ວຍທະເລ (UNCLOS) ປີ 1982.

ໃນຂອບເຂດການຢ້ຽມຢາມ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງ 2 ປະເທດ ໄດ້ລົງນາມໃນເອກະສານ ແລະ ຂໍ້ຕົກລົງຮ່ວມມືຫຼາຍສະບັບໃນຂົງເຂດການທູດ, ວັດທະນະທຳ, ການສຶກສາ, ການຄົມມະນາຄົມຂົນສົ່ງ, ວຽກງານພາຍໃນ...

ໂດຍ: ທູຈາງ