leftcenterrightdel
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຮຸ່ງວຽດ, ຫົວໜ້າ SOM ASEAN ຫວຽດນາມ. ພາບ:  ສໍານັກຂ່າວສານຫວຽດນາມ

ວັນທີ 7 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮວ່ມກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ (SOM ASEAN) ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂດຮຸ່ງວຽດ ພ້ອມກັບຫົວໜ້າ SOM ບັນດາປະເທດໄດ້ຕີລາຄາສູງວຽກງານກະກຽມຂອງ ລາວໃນທຸກດ້ານ, ທ່ານຢັ້ງຢືນວ່າ ຈະສົມທົບກັນກັບປະເທດປະທານອາຊຽນລາວ ຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງບັນດາກອງປະຊຸມ. ກໍ່ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດຮຸ່ງວຽດ ພ້ອມກັບຫົວໜ້າ SOM ອາຊຽນ ບັນດາປະເທດໄດ້ແລກປ່ຽນ, ຕີລາຄາສູງກ່ຽວກັບສະພາບການຜັນຂະຫຍາຍບັນດາຂໍ້ລິເລີ່ມ, ບຸລິມະສິດໃນການຮ່ວມມືຂອງ ອາຊຽນ ໃນປີນີ້, ສ້າງວິໄສທັດປະຊາຄົມອາຊຽນ 2045, ຜັນຂະຫຍາຍຂັ້ນຕອນໜູນຊ່ວຍ ຕີມໍແລັດສະເຕ ກາຍເປັນສະມາຊິກສົມບູນຂອງ ອາຊຽນ, ເພີ່ມທະວີການພົວພັນທາງການທູດກັບ ອາຊຽນ ແລະຫຼາຍບັນຫາອື່ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ