ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມໃນການພົວພັນຮ່ວມມືທຸກຂົງເຂດລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາສູງຍີ່ປຸ່ນ ແລະສະພາຕໍ່າຍີ່ປຸ່ນ,  ກໍ່ຄືລະຫວ່າງສະມາຊິກລັດຖະສະພາສອງປະເທດ. ສອງຝ່າຍແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຄະນະຜູ້ແທນທຸກຂັ້ນເປັນປະຈຳ, ເປັນຕົ້ນແມ່ນການພົບປະແລກປ່ຽນລະຫວ່າງກຸ່ມສະມາຊິກລັດຖະສະພາໜຸ່ມ, ກຸ່ມສະມາຊິກລັດຖະສະພາຍິງ, ກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດ...

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ. ພາບ: ເລິມຮ໋ຽນ

ຕາມທ່ານປະທານສະພາແຫ່ງຊາດ ແລ້ວ, ຫວຽດນາມ ແລະຍີ່ປຸ່ນ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຄວນຜັນຂະຫຍາຍໃນໄລຍະຈະມາເຖິງ, ພິເສດແມ່ນບັນດາຂົງເຂດທີ່ ຍີ່ປຸ່ນ ມີທ່າແຮງ, ຄື: ການຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI), ສາທາລະນະສຸກ, ວັດທະນະທຳ, ການສຶກສາ, ກະສິກຳເຕັກໂນໂລຢີສູງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ... ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ໃນອາຍຸການໃໝ່, ທ່ານເອກອັກຄະລັດຖະທູດ Ito Naoki ຈະຊຸກຍູ້ສາຍພົວພັນສອງປະເທດ, ສອງອົງການນິຕິບັນຍັດ; ສືບຕໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມື ແລະຜັນຂະຫຍາຍຂໍ້ຕົກລົງລະຫວ່າງທ້ອງຖິ່ນຂອງສອງປະເທດ, ໃນນັ້ນມີການໜູນຊ່ວຍຈັດຕັ້ງບັນດາເຫດການພົບປະແລກປ່ຽນເຊື່ອມຕໍ່ວັດທະນະທຳ ແລະການຮ່ວມມື.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ເລິມຮ໋ຽນ

ສ່ວນທ່ານເອກອັກຄະລັດຖະທູດ Ito Naoki ກໍ່ຢືນຢັນວ່າ, ຝ່າຍ ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ໄພນ້ຳຖ້ວມ ກໍ່ຄືປ້ອງກັນ, ຕ້ານໄພທຳມະຊາດຢ່າງມີປະສິດທິຜົນ. ເຫັນດີກັບຄຳເຫັນຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ທ່ານເອກອັກຄະລັດຖະທູດ Ito Naoki ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຍີ່ປຸ່ນ ປາດຖະໜາຢາກສືບຕໍ່ຍູ້ແຮງການຮ່ວມມື, ການພົບປະແລກປ່ຽນລະຫວ່າງສະພາແຫ່ງຊາດສອງປະເທດ, ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ການພົບປະແລກປ່ຽນລະຫວ່າງບັນດາສະມາຊິກລັດຖະສະພາ...

ໂດຍ: ເຈິ່ນຮວ່ຽນ