ຝຣັ່ງ ແມ່ນປະເທດທຳອິດໃນສະຫະພາບເອີຣົບ (ອີຢູ) ທີ່ຫາກໍ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ສືບຕໍ່ເພີ່ມບັນດາປະເທດທີ່ໄດ້ຍົກການພົວພັນທາງການທູດຂຶ້ນສູ່ລະດັບສູງສຸດກັບປະເທດຫວຽດນາມ ກ່ອນໜ້ານັ້ນ, ໃນນັ້ນລວມມີຈີນ, ລັດເຊຍ, ອິນເດຍ, ສ.ເກົາຫຼີ, ອາເມລິກາ, ຍີ່ປຸ່ນ ແລະອົດສະຕາລີ.

ໝາກຜົນດັ່ງກ່າວ ອີກເທື່ອໜຶ່ງໄດ້ຢືນຢັນ “ແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ; ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ ແລະມີປະສິດທິຜົນ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຍົກສູງຖານະບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນຂອງຫວຽດນາມ ຢ່າງບໍ່ຢຸດຢັ້ງ” ຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

ຄວນຈົດຈຳໄວ້ວ່າ, ຝຣັ່ງ ແມ່ນສະມາຊິກທີ 4 ໃນຈຳນວນ 5 ສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ແລະເປັນສະມາຊິກທີ 8 ໃນໂລກສ້າງຕັ້ງການພົວພັນຂັ້ນສູງສຸດກັບຫວຽດນາມ.ໃນສະພາບການທີ່ໂລກມີການຜັນແປຫຼາຍຢ່າງ, ນັບແຕ່ການຂັດແຍ່ງກັນຂະໜາດນ້ອຍຈົນເຖິງການປະທະກັນ. ສິ່ງດັ່ງກ່າວນັ້ນໄດ້ອະທິບາຍວ່າ ເປັນຫຍັງໃນຖະແຫຼງການຮ່ວມ, ສອງຝ່າຍຈຶ່ງເຫັນດີນຳໃຊ້ກົດບັດ ສປຊ, ກົດໝາຍສາກົນ, ສົນທິສັນຍາ, ກົດແຫ່ງການປະພຶດຫຼາຍຝ່າຍ, ມະຕິຂອງສະພາຄວາມໝັ້ນຄົງ ສປຊ ເປັນພື້ນຖານສຳຄັນທີ່ສຸດເພື່ອແກ້ໄຂບັນຫາການຂັດແຍ້ງຢູ່ທະເລຕາເວັນອອກ ຫຼືການປະທະກັນຢູ່ ຢູແກຼນ, ເຂດກາຊາ, ອິດສະຣາແອນ ແລະປາແລັດສະຕິນ, ເລບານອນ ໂດຍສັນຕິວິທີ ແລະຍືນຍົງ; ຄັດຄ້ານທຸກຮູບການຂົ່ມຂູ່ທີ່ຈະໃຊ້ກຳລັງຮຸນແຮງ ຫຼືການໃຊ້ກຳລັງຮຸນແຮງຜິດກົດໝາຍສາກົນ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ພົບປະກັບທ່ານ Emmanuel Macron ປະທານາທິບໍດີ ຝຣັ່ງ ໃນວັນທີ 7 ຕຸລາ. ພາບ: ສໍານັກຂ່າວສານຫວຽດນາມ

ຫວຽດນາມ ກໍ່ໄດ້ເປີດປະຕູຂະໜາດໃຫຍ່ເຂົ້າສູ່ຕະຫຼາດອີຢູ, ພ້ອມທັງເປີດກ້ວາງການຕ້ອນຮັບບັນດາວິສາຫະກິດ, ນັກລົງທຶນຈາກ ຝຣັ່ງ ແລະອີຢູ ກວ່າອີກ. ລະອຽດ, ເລື່ອງສອງປະເທດຍົກລະດັບການພົວພັນທາງການທູດຈະນຳເອົາສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ເຂົ້າສູ່ເນື້ອແທ້ກວ່າອີກ, ພິເສດແມ່ນເມື່ອ ຝຣັ່ງ ແມ່ນໜຶ່ງໃນບັນດາ “ຝູງນົກນຳໜ້າ” ຂອງພື້ນຖານເສດຖະກິດອີຢູ, ພ້ອມກັບ ເຢຍລະມັນ ປະກອບສ່ວນສຳຄັນເຂົ້າໃນການຕັດສິນໃຈຂອງພັນທະມິດນີ້.

ຫວຽດນາມ ກໍ່ຫວັງວ່າ ຝຣັ່ງ ຈະຮັບຮອງເອົາສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA), ສັນຍາທີ່ສຳຄັນ ແລະເປັນປະໂຫຍດ ເກີນຂອບເຂດການພົວພັນທາງການທູດຂອງ 2 ປະເທດ; ຫຼື ຝຣັ່ງ ກໍ່ສາມາດໜູນຊ່ວຍຫວຽດນາມ ປະຕິບັດບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍສະເພາະແມ່ນປະຕິບັດຄຳໝັ້ນສັນຍາປ່ອຍອາຍພິດລົງເປັນ 0 ໃນປີ 2050 ຜ່ານຂອບເຂດການພົວພັນຄູ່ຮ່ວມມືດ້ານພະລັງງານຍຸຕິທໍາ (JETP) ເຊິ່ງຝຣັ່ງ ເປັນສະມາຊິກທີ່ຕັ້ງໜ້າ.

ໃນດ້ານກົງກັນຂ້າມ, ຝຣັ່ງ ແລະເປີດກວ້າງກວ່ານັ້ນ ອີຢູ່ ແມ່ນຕະຫຼາດເຊິ່ງວິສາຫະກິດຫວຽດນາມ ຫຼາຍແຫ່ງໄດ້ ແລະພວມເຂົ້າຮ່ວມດ້ວຍສິນຄ້າຫຼາຍປະເພດ. ການບໍລິການນັບແຕ່ກະສິກຳ, ປ່າໄມ້, ສິນໃນນໍ້າເຖິງແຮງງານ, ເອເລັກໂຕນິກ, ຕໍ່າແຜ່ນຕັດຫຍິບ, ອຸດສາຫະກຳ, ການບິນ...

ພາຍຫຼັງການພົບປະຂອງການນຳຂັ້ນສູງສອງປະເທດໃນວັນທີ 8 ຕຸລາ, ພ້ອມກັບບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ມາກ່ອນກັບບັນດາປະເທດ, ຈະສືບຕໍ່ເປີດກາລະໂອກາດຮ່ວມມື ແລະສ້າງຂໍ້ຕົກລົງບໍ່ພຽງແຕ່ລະຫວ່າງສອງຝ່າຍ ຫວຽດນາມ - ຝຣັ່ງ ເທົ່ານັ້ນ ຫາກຍັງໃນຂອບເຂດຂອງສະຫະປະຊາຊາດອີກດ້ວຍ; ບໍ່ພຽງແຕ່ດ້ານຄວາມໝັ້ນຄົງ - ການເມືອງ, ການຄ້າ ແລະການປ່ຽນແປງໃໝ່ປະດິດສ້າງເທົ່ານັ້ນ ຫາກຍັງແມ່ນຂົງເຂດພັດທະນາແບບຍືນຍົງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັບການທູດປະຊາຊົນອີກດ້ວຍ. ສຳລັບຫວຽດນາມ, ບາດກ້າວນີ້ແມ່ນຍິ່ງໃຫຍ່ແທ້ໆ!

ໂດຍ: ທະນາພອນ