ວັນທີ 8 ຕຸລາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ມີການພົບປະເຮັດວຽກກັບທ່ານ Ly Thuch, ລັດຖະມົນຕີອາວຸໂສ, ອົງການລູກລະເບີດ ແລະຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລູກລະເບີດກຳປູເຈຍ, ປະທານກອງປະຊຸມສຳຫຼວດ ຄັ້ງທີ 5 ສົນທິສັນຍາສາກົນກ່ຽວກັບການເກືອດຫ້າມນຳໃຊ້ລູກລະເບີດໝາກມິ່ນທຳລາຍ (ຕາມສົນທິສັນຍາ Ottawa) ພ້ອມກັບຜູ້ຕາງໜ້າໜ່ວຍງານຊ່ວຍຈັດຕັ້ງປະຕິບັດສົນທິສັນຍາສະບັບດັ່ງກ່າວ ແລະບາງຄູ່ຮ່ວມມືທີ່ກ່ຽວຂ້ອງ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ແລະທ່ານ Ly Thuch, ລັດຖະມົນຕີອາວຸໂສ, ອົງການລູກລະເບີດ ແລະຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກລູກລະເບີດກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ ດັ່ງຮວ່າງຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບປະຊາຄົມສາກົນໃນການສຳຫຼວດ, ເກັບກູ້ລະເບີດຍັງບໍ່ທັນແຕກ, ໜູນຊ່ວຍຜູ້ປະສົບເຄາະຮ້າຍ ແລະໄດ້ສະໜັບສະໜູນຫຼາຍເນື້ອໃນສຳຄັນ ແລະແງ່ມູມມະນຸດສະທຳໃນບັນດາສົນທິສັນຍາທີ່ກ່ຽວຂ້ອງ. ຫວຽດນາມ ໃຫ້ຄວາມເອົາໃຈໃສ່ຢ່າງສູງ ແລະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນໃນການຜັນຂະຫຍາຍວຽກງານເກັບກູ້ລະເບີດຍັງບໍ່ທັນແຕກ, ສ້າງນະໂຍບາຍ ແລະຜັນຂະຫຍາຍຫຼາຍມາດຕະການລະອຽດເພື່ອເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ.

ສ່ວນທ່ານ Ly Thuch ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ ແລະ ຜົນງານໃນການຮ່ວມມືກັບບັນດາປະເທດ ກໍຄືອົງການຈັດຕັ້ງສາກົນໃນຂົງເຂດນີ້.

ໂດຍ: ກວຽດເຕິມ