ທ່ານພົນໂທ ຮ່ວາງຊວນຈຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະເຮັດວຽກຮ່ວມ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານ ແລະກ່າວຄຳເຫັນມອບໜ້າທີ່ໃຫ້ບັນດານາຍທະຫານ.

ນາຍທະຫານ 3 ຄົນ ເປັນກຽດທີ່ໄດ້ຮັບຂໍ້ຕົກລົງຂອງປະທານປະເທດແມ່ນ: ພັນໂທ ຫວູຖິກີມແອວງ, ຮັບຜິດຊອບຕໍາແໜ່ງນາຍທະຫານຈັດແບ່ງທັນຍາຫານຂອງຄະນະປະຕິບັດງານ UNISFA; ພັນໂທ ຫງວຽນວັນຖື, ເປັນຮັບຜິດຊອບຕໍາແໜ່ງນາຍທະຫານເສນາທິການຂັ້ນສູງດ້ານການຝຶກແອບ, ຄະນະປະຕິບັດງານ UNISFA, ຫົວໜ້າກຸ່ມປະຕິບັດງານຢູ່ເຂດ Abyei; ຮ້ອຍເອກພິເສດ ຈູຕວນລິງ, ຮັບຜິດຊອບຕໍາແໜ່ງເປັນຜູ້ສັງເກດການທະຫານຢູ່ຄະນະປະຕິບັດງານ ຊູດັງໃຕ້.

leftcenterrightdel
ທ່ານພົນໂທ ຮ່ວາງຊວນຈຽນ ມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ນາຍທະຫານ 3 ຄົນ. ພາບ: qdnd.vn

ທ່ານພົນໂທ ຮ່ວາງຊວນຈຽນ ຮຽກຮ້ອງໃຫ້ບັນດາສະຫາຍປະຕິບັດທີ່ຢູ່ບ່ອນທີ່ຫ່າງໄກ, ສະພາບການສັບສົນ, ມີຄວາມສ່ຽງຫຼາຍ, ຕ້ອງປະຕິບັດລະບຽບວິໄນຂອງກອງທັບປະຊາຊົນຫວຽດນາມ, ຂໍ້ກຳນົດກົດລະບຽບຂອງສະຫະປະຊາຊາດ, ກົດໝາຍຂອງປະເທດປະຈຳຖິ່ນ, ຂໍ້ກຳນົດກ່ຽວກັບການຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ມະນຸດ, ອາວຸດຍຸດໂທປະກອນຢ່າງເຂັ້ມງວດ, ເສີມຂະຫຍາຍມູນເຊື້ອຂອງກອງທັບ, ຂອງກໍາລັງທະຫານໝວກເປເລສີຂຽວຫວຽດນາມ, ສະແດງໃຫ້ເຫັນຄຸນທາດ ແລະ ຄວາມສາມາດດ້ານວິຊາຊີບ, ເຜີຍແຜ່ພາບພົດຂອງປະເທດຊາດ, ຊາວຫວຽດນາມ ແລະ ກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ.

ໂດຍ: ໂກແລ້ມ ອະໄພຍະວົງ