ພາຍໃຕ້ຄຳຂວັນການຮ່ວມມືປີ 2024 “ເພີ່ມທະວີການເຊື່ອມຈອດ ແລະຄວາມເຂັ້ມແຂງອາຊຽນ”, ບັນດາກອງປະຊຸມສຸດຍອດຄັ້ງນີ້ແມ່ນການເຄື່ອນໄຫວຂັ້ນສູງໜຶ່ງດຽວໃນປີປະທານອາຊຽນ 2024 ຂອງລາວ. ນີ້ແມ່ນໂອກາດ ເພື່ອໃຫ້ບັນດາການນໍາອາຊຽນ ແລະຄູ່ຮ່ວມມືໄດ້ປຶກສາຫາລື, ຍົກອອກລັດຖະນະໂຍບາຍໃຫ້ບັນຫາຍຸດທະສາດຕ່າງໆທີ່ພວມວາງອອກໃຫ້ອາຊຽນ ແລະພາກພື້ນ.

leftcenterrightdel
ລາວກະກຽມກອງປະຊຸມທ່ີກ່ຽວຂ້ອງເຊິ່ງດໍາເນີນຢູ່ນະຄອນຫຼວງວຽງຈັນ, ລາວ. ພາບ: Vov.vn

ທ່ານ ປອ James Gomes ຜູ້ອໍານວຍການພາກພື້ນ, ສູນຄົ້ນຄວ້າອາຊີ ໃຫ້ຮູ້ວ່າ: “ຂ້າພະເຈົ້າຖືວ່າບຸລິມະສິດຫຼັກໃນກອງປະຊຸມຄັ້ງນີ້ຍັງຈະ ແມ່ນບັນຫາເສດຖະກິດ. ບັນດາການນໍາຈະປຶກສາຫາລືເຮັດແນວໃດເພື່ອໃຫ້ພາກພື້ນສືບຕໍ່ພ້ອມກັນຮ່ວມມື, ຍົກສູງ, ຊຸກຍູ້ການເຕີບໂຕ ແລະວັດທະນາຖາວອນໃຫ້ບັນດາປະເທດສະມາຊິກ”.

ທີ່ກອງປະຊຸມຂັ້ນສູງນີ້, ການນໍາຫຼາຍທ່ານກໍ່ຈະປຶກສາຫາລືກ່ຽວກັບວິວັດການກໍ່ສ້າງປະຊາຄົມອາຊຽນ, ໃນນັ້ນ ມີການກໍ່ສ້າງວິໄສທັດປະຊາຄົມອາຊຽນ 2045 ແລະບັນດາຍຸດທະສາດຜັນຂະຫຍາຍໃນໄລຍະຈະມາເຖິງ; ພ້ອມທັງກວດກາຄືນ ແລະກໍານົດການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື.

leftcenterrightdel
ທ່ານ ປອ James Gomes ຜູ້ອໍານວຍການພາກພື້ນ, ສູນຄົ້ນຄວ້າອາຊີ. ພາບ: Vov.vn

ທ່ານ ປອ James Gomes ຜູ້ອໍານວຍການພາກພື້ນ, ສູນຄົ້ນຄວ້າອາຊີ ຖືວ່າ: “ອາຊຽນ ຈະພັດທະນາຢ່າງວ່ອງໄວໃນ 20 ປີຈະມາເຖິງ, ບໍ່ພຽງແຕ່ຈະກ່ຽວກັບການເຊື່ອມຕໍ່ພາຍໃນກຸ່ມເທົ່ານັ້ນ, ຕາມຂ້າພະເຈົ້າແລ້ວ ຍັງມີຫຼາຍວຽກຕ້ອງໄດ້ເຮັດ, ເຊິ່ງແມ່ນເຊື່ອມຕໍ່ກັບບັນດາຄູ່ຮ່ວມມື, ການເຈລະຈາ, ດ້ວຍຫຼາຍຕະຫຼາດທີ່ແຕກຕ່າງກັນ. ຂ້າພະເຈົ້າຄິດເຖິງ 4 ຕະຫຼາດສໍາຄັນສໍາລັບອາຊຽນ...”

ຄາດຄະເນວ່າ, ບັນດາກອງປະຊຸມສຸດຍອດຄັ້ງນີ້ຈະຮັບຮອງ ແລະຮັບຮູ້ເອກະສານປະມານ 80 ສະບັບກ່ຽວກັບການໃຫ້ບຸລິມະສິດຫຼາຍ, ຂົງເຂດຮ່ວມມືທັງພາຍໃນກຸ່ມອາຊຽນ ແລະລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື. ຜ່ານນັ້ນຊ່ວຍອາຊຽນ ສືບຕໍ່ຮັກສາຄວາມສາມັກຄີແບບຍືນຍົງ ແລະບົດບາດໃຈກາງ, ຍົກສູງກຳລັງຄວາມສາມາດຮັບມືກັບບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນ, ປັບປຸງຫຼັກໝັ້ນ, ຫຼັກການໃນບັນດາບັນຫາສາກົນ, ພາກພື້ນ.

ໂດຍ: ໄຊນີດາ