leftcenterrightdel
ຮສຈ. ປອ ຕະມິງຕ໊ວນ ຮອງປະທານສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ (ຜູ້ທີ 3, ນັບເບື້ອງຊ້າຍມາ) ເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ກອງປະຊຸມ, ຮສຈ. ປອ ຕະມິງຕ໊ວນ, ຮອງປະທານສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ການພົວພັນສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໄດ້ຮັບການເພີ່ມພູນຄູນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ສາມປະເທດມີມູນເຊື້ອສາມັກຄີ, ສະໜິດຕິດພັນ ແລະປະຈຸບັັນສາມປະເທດພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ລວມມີການແກ່ງແຍ້ງຜົນສະທ້ອນຂອງບັນດາປະເທດໃຫຍ່, ການປະທະກັນຢູ່ຫຼາຍແຫ່ງໃນໂລກ, ບັນດາຈຸດເຄັ່ງຮ້ອນທີ່ມີຄວາມສ່ຽງກາຍເປັນການປະທະກັນປະກອບອາວຸດດ້ວຍຂອບຂະໜາດທີ່ແຕກຕ່າງກັນ ແລະສິ່ງທ້າທາຍຄວາມໝັ້ນຄົງບໍ່ເປັນການທະຫານ...

ຕາມ ຮສຈ. ປອ ຕະມິງຕ໊ວນ ແລ້ວ, ກອງປະຊຸມສໍາມະນາ ຊ່ວຍເຮັດໃຫ້ການພົວພັນຮ່ວມມືລະຫວ່າງສາມປະເທດເວົ້າລວມ, ລະຫວ່າງສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ, ສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດລາວ ແລະສະພາມະຫາບັນດິດລາຊະອານາຈັກ ກໍາປູເຈຍ ເວົ້າສະເພາະ ເລິກເຊິ່ງຂຶ້ນຕື່ມ.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການລາຍງານຫົວເລື່ອງສະເພາະ ແລະບົດປະກອບຄຳເຫັນໄດ້ສຸມໃສ່ເຂົ້າສາມເນື້ອໃນ. ກ່ອນອື່ນໝົດແມ່ນບັນຫາຮັບຮູ້ບັນດາທ່າອ່ຽງພັດທະນາຂອງພາກພື້ນ ແລະທົ່ວໂລກທີ່ສົ່ງຜົນກະທົບເຖິງການພັດທະນາຂອງຫວຽດນາມ, ລາວ ແລະກໍາປູເຈຍ ກໍ່ຄືການຮ່ວມມືຂອງສາມປະເທດ. ເນື້ອໃນທີສອງແມ່ນວິເຄາະ ແລະເຮັດແຈ້ງນະໂຍບາຍການທູດຂອງຫວຽດນາມ, ລາວ ແລະກໍາປູເຈຍ ໃນສະພາບການຄືໃນປະຈຸບັນ ແລະເນື້ອໃນສຸດທ້າຍແມ່ນສະເໜີມາດຕະການເພີ່ມທະວີການຮ່ວມມືລະຫວ່າງສາມປະເທດໃນສະຖານະການລະອຽດຂອງແຕ່ລະປະເທດ, ຂອງພາກພື້ນ ແລະໂລກ.

ໝາກຜົນຂອງກອງປະຊຸມສໍາມະນາຄັ້ງນີ້ ຈະແມ່ນພື້ນຖານດ້ານວິທະຍາສາດເພື່ອໃຫ້ສາມອົງການຂອງສາມປະເທດສະໜອງຂໍ້ອ້າງອີງເພື່ອສະເໜີແນະນະໂຍບາຍໃຫ້ລັດຖະບານແຕ່ລະປະເທດ, ແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ໃຫ້ດີກວ່າອີກ.

ໂດຍ: ໄຊນີດາ