leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສ. ພາບ: vov.vn

ໃນວາລະໄຂເວທີປາໄສຂອງຕອນເຊົ້າວັນດຽວກັນ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາຫົວຂໍ້, ຄື: ທ່າອ່ຽງຫຼັກແຫຼ່ງແກ່ນສານກ່ຽວກັບການຫັນປ່ຽນອຸດສາຫະກຳໃນໂລກ; ລະບົບນິເວດການບໍລິຫານ ແລະນະໂຍບາຍຊຸກຍູ້ວິວັດທະນາການຫັນປ່ຽນອຸດສາຫະກຳ; ຍຸດທະສາດຫັນປັນອຸດສາຫະກຳນະຄອນໂຮ່ຈີມິນ ໃນສະພາບການຮ່ວມສຳພັນເຂດ, ພາກສາກົນ ແລະທ່າອ່ຽງເຕັກໂນໂລຢີໃໝ່: ບົດບາດເປັນໃຈກາງຂອງການປະຕິບັດອຸດສາຫະກຳ 4.0 ຢູ່ນະຄອນໂຮ່ຈີມິນ ຕິດພັນກັບການຫັນປ່ຽນອຸດສາຫະກຳ. ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ສູນປະຕິວັດອຸດສາຫະກຳ ຄັ້ງທີ 4 (C4IR) ຢູ່ເຂດເຕັກໂນໂລຢີສູງ ແລະຕ້ອນຮັບບັນດາວິສາຫະກິດທີ່ກໍ່ຕັ້ງເວທີປາໄສດັ່ງກ່າວ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະຜູ້ຕາງໜ້າບັນດາກະຊວງ, ຂະແໜງການໄດ້ສົນທະນານະໂຍບາຍກັບວິສາຫະກິດ, ທ້ອງຖິ່ນເພື່ອແນໃສ່ແກ້ໄຂບັນດາຈຸດອຸດຕັນຈາກຄວາມຕ້ອງການຕົວຈິງຂອງວິສາຫະກິດ ແລະທ້ອງຖິ່ນ.

ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ສູນປະຕິວັດອຸດສາຫະກຳຄັ້ງທີ 4 (C4IR) ຢູ່ເຂດເຕັກໂນໂລຢີສູງ ນະຄອນໂຮ່ຈີມິນ. ນີ້ແມ່ນສູນ C4IR ແຫ່ງທີ່ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້ຖັດຈາກ ມາເລເຊຍ ເຂົ້າຮ່ວມເຄືອຂ່າຍສູນປະຕິວັດອຸດສາຫະກຳຄັ້ງ ທີ 4 ທົ່ວໂລກຂອງ WEF.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ