ນັ້ນແມ່ນຂໍ້ສັງເກດຂອງບັນດາຜູ້ແທນຢູ່ນອກສັບປະດາຂັ້ນສູງສະມັດຊາໃຫຍ່ ສປຊ ສະໄໝທີ 79. ບໍ່ພຽງແຕ່ຄືແນວນັ້ນ, ໃນຊຸມວັນທີ່ຕິດຕາມໄປເຮັດວຽກຢູ່ອາເມລິກາ ນໍາທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ພວກຂ້າພະເຈົ້າ ຮູ້ສຶກໄດ້ເຖິງອາລົມຈິດອັນດີງາມຂອງບັນດາສະມາຊິກລັດຖະສະພາ, ເພື່ອນມິດສາກົນເມື່ອກ່າວເຖິງຫວຽດນາມ ໃນແຕ່ລະຄັ້ງ.

ຂີດໝາຍຫວຽດນາມ

ເມືອງ Manhattan - ສູນກາງການເງິນທີ່ມີຊື່ສຽງຂຶ້ນກັບນະຄອນນິວຢອກ, ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຫວຽດນາມ ໃນຕອນບ່າຍທີ່ມີແສງແດດຫຼາຍ. ນິວຢອກ - ນະຄອນທີ່ມີພົນລະເມືອງ 8 ລ້ານກວ່າຄົນ, ມີການສື່ສານປະມານ 800 ພາສານັ້ນກໍ່ບໍ່ມີຫຍັງແປກປະຫຼາດເມື່ອ ສປຊ ໄດ້ເລືອກເອົາເປັນບ່ອນສ້າງຕັ້ງສໍານັກງານ.

ຢືນຢູ່ຕໍ່ໜ້າສໍານັກງານ ສປຊ ສັງເກດເບິ່ງທຸງຊາດຫວຽດນາມ ປິວສະບັດໃນທ່າມກາງສາຍລົມ, ປິ່ນອ້ອມແມ່ນທຸງຊາດບັນດາປະເທດມະຫາອໍານາດ, ຂ້າພະເຈົ້າ ຄິດເຖິງຮູບພາບທຸງຊາດຫວຽດນາມ ທີ່ປິວສະບັດໃນລະດູໃບໄມ້ຫຼົ່ນເດືອນສິງຫາ 1945, ໃນໃຈຮູ້ສຶກເປັນກຽດ ແລະມີຄວາມເອກອ້າງທະນົງໃຈ. ພາຍຫຼັງປະເທດ ປະຊາທິປະໄຕ ສາທາລະນະລັດ ຫວຽດນາມ ອ່ອນນ້ອຍ ຫາກໍ່ກໍາເນີດເກີດຂຶ້ນນັ້ນ, ປະທານ ໂຮ່ຈີມິນ ໄດ້ສົ່ງຈົດໝາຍເຖິງປະທານສະມັດຊາໃຫຍ່ ສປຊ  ແລະຫຼາຍປະເທດສະມາຊິກ, ສະເໜີຮັບຫວຽດນາມ ເຂົ້າເປັນສະມາຊິກ ສປຊ. ແຕ່ວ່າຮອດວັນທີ 20 ກັນຍາ 1977, ຄວາມປາດຖະໜາທີ່ຍິ່ງໃຫຍ່ຂອງ ລຸງໂຮ່ ຈຶ່ງປະກົດເປັນຈິງ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງ Vietjet Air-Honeywell. ພາບ: ຟ້າມກຽນ.

ໃນຂະນະດຽວກັນ, 47 ປີຕໍ່ມາຄືວັນທີ 21 ກັນຍາ 2024, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ເລີ່ມຕົ້ນການຢ້ຽມຢາມ ແລະເຮັດວຽກຄັ້ງທໍາອິດຂອງຕົນໃນຖານະຕໍາແໜ່ງໃໝ່ເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ ສປຊ. ຄວາມບັງເອີນຂອງປະຫວັດສາດນັ້ນ ໄດ້ບັນທຶກເຫດການທີ່ມີຄວາມໝາຍໄວ້ຫຼາຍຢ່າງ. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ການນໍາພັກ, ລັດຫວຽດນາມ ບໍ່ພຽງແຕ່ເອົາໃຈໃສ່ກໍ່ສ້າງການພົວພັນດ້ານການເມືອງລະຫວ່າງສອງປະເທດເທົ່ານັ້ນ,  ຫາກຍັງສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນອີກດ້ວຍ.

ເມື່ອຫວນຄືນໄລຍະທາງ 47 ກວ່າປີ, ດ້ວຍກອງປະຊຸມຂອງສະມັດຊາໃຫຍ່ ສປຊ ໃນແຕ່ລະຄັ້ງ, ຊື່ປະເທດຫວຽດນາມ ສອງຄໍານັ້ນຍາມໃດກໍໄດ້ເຕື້ອງເຖິງປຽບເໝືອນດັ່ງຈຸດພົ້ນເດັ່ນ, ເປັນເໝືອນ “ນົກທີ່ເອົາຂ່າວດີມາບອກ”. ຈາກປະເທດທີ່ເດີນອອກຈາກສົງຄາມ, ຄວາມທຸກຍາກ, ຫຼ້າຫຼັງໄດ້ບືນຕົວຂຶ້ນພັດທະນາຢ່າງຂະຫຍັນຂັນເຄື່ອນ. ຈາກປະເທດທີ່ຖືກປິດລ້ອມຂວໍ້າບາດ, ປັດຈຸບັນ ໄດ້ເປີດກວ້າງການພົວພັນກັບບັນດາປະເທດໃນໂລກເກືອບທັງໝົດ, ເອົາຕົວເອງຕິດພັນກັບອະນາຄົດຂອງພາກພື້ນ ແລະໃນໂລກ, ປະກອບສ່ວນຢ່າງແທດຈິງ ເພື່ອກໍ່ສ້າງອະນາຄົດສັນຕິພາບ, ວັດທະນາຖາວອນ ແລະສົດໃສສວຍງາມ.

ພວກຂ້າພະເຈົ້າ ຫວນຄືນຄວາມຮູ້ສຶກຂອງທ່ານ António Guterres ເລຂາທິການໃຫຍ່ ສປຊ ເນື່ອງໃນໂອກາດການມາຢ້ຽມຢາມຫວຽດນາມ ກົງກັບໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກຂອງ ສປຊ ຢ່າງເປັນທາງການເມື່ອເດືອນຕຸລາ ປີ 2022 ທີ່ວ່າ “ໃນຮອບເວລາຍັງບໍ່ທັນຮອດລຸ້ນໜຶ່ງ, ຫວຽດນາມ ໄດ້ຫັນຈາກປະເທດທີ່ຮັບເອົາແຕ່ການຊ່ວຍເຫຼືອຂອງ ສປຊ ໄດ້ບືນຕົວຂຶ້ນມາເປັນປະເທດທີ່ສົ່ງອອກສະບຽງອາຫານ, ທັນຍາຫານແຖວໜ້າຂອງໂລກ ແລະປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ”.

ໃນວິວັດການຮ່ວມມື, ເພື່ອນມິດສາກົນ ແລະສປຊ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ. ພິເສດ, ພົ້ນເດັ່ນທີ່ສຸດແມ່ນໃນພາລະບົດບາດ, ຄວາມຮັບຜິດຊອບທີ່ປະຊາຄົມສາກົນ, ສປຊ ເຊື່ອໝັ້ນມອບໝາຍໃຫ້ນັ້ນແມ່ນ ຫວຽດນາມ ໄດ້ປະຕິບັດສໍາເລັດບົດບາດເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008-2009 ແລະອາຍຸການ 2020-2021, ພ້ອມກັບພາລະບົດບາດ, ຄວາມຮັບຜິດຊອບອື່ນອີກຫຼາຍຢ່າງ.

ຈິດໃຈນັ້ນອີກເທື່ອໜຶ່ງໄດ້ຢັ້ງຢືນຄືນໃໝ່ໃນການພົບປະ, ເຮັດວຽກຢູ່ອາເມລິກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ບັນດາການນໍາປະເທດເພື່ອນມິດລ້ວນແຕ່ຕີລາຄາສູງບົດບາດຂອງຫວຽດນາມ ໃນການພົວພັນສາກົນໃນປັດຈຸບັນ. ການປະກອບສ່ວນຂອງຫວຽດນາມ ຕໍ່ກັບວຽກງານລວມນັບມື້ນັບແທດຈິງ, ມີປະສິດທິຜົນ, ມີຄວາມໝາຍຢູ່ໃນສາມເສົາຄໍ້າຫຼັກ: ສັນຕິພາບ-ຄວາມໝັ້ນຄົງ, ການຮ່ວມມືພັດທະນາ ແລະສິດທິມະນຸດ.

ສັນຕິພາບ, ຄວາມຄາດຫວັງ ແລະສານທີ່ແຜ່ກະຈາຍ

ດ້ວຍຫົວຂໍ້ “ມາດຕະການຫຼາຍຝ່າຍ ເພື່ອອະນາຄົດທີ່ສວຍງາມກວ່າ”, ກອງປະຊຸມສຸດຍອດອະນາຄົດແມ່ນເຫດການຫຼາຍຝ່າຍສໍາຄັນແຖວໜ້າຂອງ ສປຊ ໃນປີ 2024. ດ້ວຍຄວາມໝາຍ, ຄວາມສໍາຄັນນັ້ນ, ກ່ອນທີ່ຈະຈັດກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ  ໄດ້ສົ່ງສານທີ່ບັນທຶກເປັນຄຼິບວິດີໂອເຖິງເຫດການດ້ວຍຄໍາຮຽກຮ້ອງທົ່ວໂລກ ທີ່ກ່ຽວຂ້ອງເຖິງກອງປະຊຸມສຸດຍອດອະນາຄົດ. ດ້ວຍຄວາມເຊື່ອໝັ້ນ ແລະຄວາມຄາດຫວັງຢ່າງແຮງກ້າກ່ຽວກັບໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະສວຍງາມ, ໃນນັ້ນປະຊາຊົນເປັນໃຈກາງຂອງບັນດານະໂຍບາຍ ແລະການກະທໍາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ເນັ້ນໜັກເຖິງ 3 ບັນຫາໃຫຍ່, ນັ້ນແມ່ນ: ບົດບາດນໍາພາຂອງ ສປຊ ໃນການສ້າງກອບນິຕິກໍາ, ໜູນຊ່ວຍບັນດາປະເທດພັດທະນາເຕັກໂນໂລຊີໃໝ່ ແລະນໍາໜ້າ, ຄື: ເຕັກໂນໂລຊີດີຈີຕອນ, ປັນຍາປະດິດ ແລະການຫັນເປັນອັດຕະໂນມັດຢ່າງປອດໄພ, ຍຸຕິທໍາ, ມີປະໂຫຍດ ແລະກວມລວມ. ສະເໜີໃຫ້ຄົ້ນຄວ້າສ້າງຕັ້ງເວທີປາໄສທົ່ວໂລກ ເພື່ອໃຫ້ອາຊຽນ ແລະບັນດາອົງການຈັດຕັ້ງພາກພື້ນພ້ອມກັນແບ່ງປັນບົດຮຽນ ແລະຊຸກຍູ້ເຕັກໂນໂລຊີສີຂຽວ. ຊຸກຍູ້ວິວັດທະນາການປະຕິຮູບ ແລະບັນດາລະບອບການເງິນຫຼາຍຝ່າຍ ເພື່ອຮັບມືກັບສິ່ງທ້າທາຍໃນທົ່ວໂລກຢ່າງມີປະສິດທິຜົນກວ່າ, ລະດົມແຫຼ່ງກໍາລັງໃຫ້ໄດ້ດີກວ່າເກົ່າ ເພື່ອໜູນຊ່ວຍບັນດາປະເທດທີ່ກຳລັງພັດທະນາ.

ພິເສດ, ໃນບົດກ່າວປາໄສທີ່ກອງປະຊຸມສຸດຍອດອະນາຄົດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ແບ່ງປັນສານທະລຸລົ່ງນັ້ນແມ່ນປັບປຸງລັດທິຫຼາຍຝ່າຍ, ພ້ອມກັນກະທໍາ ເພື່ອສ້າງອະນາຄົດແຫ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະຍືນຍົງໃຫ້ໝົດທຸກຄົນ.

ນໍ້າໃຈໄມຕີຈິດມິດຕະພາບຈາກເຄິ່ງຊີກໂລກເບື້ອງນັ້ນ

ການຢ້ຽມຢາມ ແລະເຮັດວຽກຢູ່ ອາເມລິກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນຄັ້ງນີ້ໄດ້ດໍາເນີນໄປດ້ວຍເຫດການ, ການເຄື່ອນໄຫວຕ່າງໆ, ມີບາງມື້ກໍ່ດໍາເນີນ 10 ກວ່າການເຄື່ອນໄຫວພົບປະ, ເຮັດວຽກກັບການນໍາບັນດາປະເທດ, ວິສາຫະກິດໃຫຍ່ຂອງອາເມລິກາ... ການມີໜ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ບໍ່ວ່າຢູ່ເຫດການໃດນັ້ນ ກໍໄດ້ຮັບການຕ້ອນຮັບຢ່າງສົມກຽດ. ຜ່ານການໂອ້ລົມ, ຮູບພາບກ່ຽວກັບປະເທດຫວຽດນາມ ທີ່ສວຍງາມກໍ່ໄດ້ປະກົດຂຶ້ນຢ່າງຄົບຖ້ວນກວ່າໃນສາຍຕາ, ຄວາມນຶກຄິດຂອງເພື່ອນມິດສາກົນ. 

ຕອນຄໍ່າວັນທີ 22 ກັນຍາ, ຕາມເວລາທ້ອງຖິ່ນ, ອາກາດຢູ່ນິວຢອກໜາວກວ່າປົກກະຕິ. ໃນຫ້ອງຮັບແຂກທີ່ອົບອຸ່ນ ຢູ່ອາຄານ Asia Society, ທ່ານ John Kerry ອະດີດລັດຖະມົນຕີການຕ່າງປະເທດອາເມລິກາ ຈັບມືທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຄືກັນກັບໄດ້ຈັບມືເພື່ອນຜູ້ສະໜິດສະໜົມທີ່ບໍ່ໄດ້ພົບກັນດົນແລ້ວ. ທ່ານ John Kerry ແບ່ງປັນວ່າ ໃນນາມສ່ວນຕົວທ່ານເອງ ຍາມໃດ ກໍສະຫງວນອາລົມຈິດອັນດີງາມໃຫ້ແກ່ປະເທດ ແລະຊາວຫວຽດນາມ, ຍາມໃດ ກໍພະຍາຍາມເພື່ອຮໍາບາດແຜສົງຄາມ. ເກືອບຄືວ່າໃນທຸກເລື່ອງລາວທີ່ແບ່ງປັນໃນມື້ ນັ້ນລ້ວນແຕ່ມຸ່ງໄປຫາອະນາຄົດ. ມີຄໍາເວົ້າທີ່ວ່າ “ວິທີດີທີ່ສຸດເພື່ອຄາດເດົາອະນາຄົດ ແມ່ນການສ້າງອະນາຄົດ” ຂອງທ່ານ Abraham Lincoln ປະທານາທິບໍດີ ອາເມລິກາ ຜູ້ທີ 16 ໄດ້ຢໍ້າຄືນຫຼາຍເທື່ອ.

ກ່ອນນີ້ເກືອບ 30 ປີ, ບາງເທື່ອອາດຈະບໍ່ມີໃຜວາດພາບໄດ້ວ່າ ຫວຽດນາມ ແລະອາເມລິກາ ສາມາດຜ່ານຜ່າຄວາມເຈັບປວດຂອງສົງຄາມ ເພື່ອສ້າງການພົວພັນໃຫ້ພັດທະນາຢ່າງແຂງແຮງ ແລະຕັ້ງໜ້າ ຄືໃນປັດຈຸບັນ. ແຕ່ວ່າສອງປະເທດ ເຮັດໄດ້ ແລະຍ້ອນບາດກ້າວເດີນທີ່ແກ່ຍາວໃນການພົວພັນ ຫວຽດນາມ-ອາເມລິກາ ໄດ້ຊ່ວຍໃຫ້ສອງຝ່າຍເຂົ້າໃຈກັນຫຼາຍຂຶ້ນກວ່າເກົ່າ.

ນໍ້າໃຈມິດຕະພາບ ຫວຽດນາມ-ອາເມລິກາ ຍັງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນການພົບປະລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກັບຜູ້ແທນພັກກອມມູນິດ, ອົງການຈັດຕັ້ງຝ່າຍຊ້າຍ ແລະເພື່ອນມິດອາເມລິກາ ຢູ່ ນິວຢອກ ອີກດ້ວຍ.

ໃນການເຮັດວຽກຢູ່ ອາເມລິກາ, ເຖິງວ່າຕາຕະລາງເຮັດວຽກເຕັມກໍ່ຕາມ, ແຕ່ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຍັງຍາດເວລາໄປພົບປະໂອ້ລົມກັບກຸ່ມປັນຍາຊົນຫວຽດນາມ ຢູ່ນະຄອນ Houston, ລັດ Texas. ຊາວຫວຽດນາມ ຢູ່ອາເມລິກາ ສ່ວນຫຼາຍລ້ວນແຕ່ອວ່າຍໜ້າເມືອຫາປະເທດຊາດ, ໃນນັ້ນ ມີທ່ານ ຫວູວັນເລ ນັກທຸລະກິດດີເດັ່ນຊາວອາເມລິກາ ເຊື້ອສາຍຫວຽດນາມ ພວມດໍາລົງຊີວິດ ຢູ່ນະຄອນ Houston.  ພາຍຫຼັງສະສົມ, ເກັບໂຮມມາເປັນເວລາ 3 ປີຢ່າງພາກພຽນນັ້ນ, ທ່ານ ສາມາດສະສົມວັດຖຸບູຮານ ແລະວັດທະນະທໍາ ຫວຽດນາມ ທີ່ຜ່ານໄລຍະປະຫວັດສາດນັບ 4.000 ປີ,  ມີວັດຖຸລ້ຳຄ່າ 5.000 ກວ່າຢ່າງ. ທ່ານ ຫວັງວ່າມີມື້ໜຶ່ງບັນດາວັດຖຸດັ່ງກ່າວຈະໄດ້ສົ່ງກັບຄືນເມືອ ຫວຽດນາມ. ພິເສດ, ດ້ວຍນໍ້າໃຈຂອງລູກຜູ້ປະເສີດທີ່ອາໄສຢູ່ຕ່າງແດນ, ກຸ່ມບັນດາປັນຍາຊົນຊາວຫວຽດນາມ ໄດ້ສົ່ງເງິນ 10.000 ໂດລາສະຫະລັດ ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນບັນດາທ້ອງຖິ່ນທີ່ໄດ້ຮັບຜົນເສຍຫາຍຈາກພາຍຸ ຫົວທີ 3.

ໃນບັນຍາກາດອັນອົບອຸ່ນ, ການພົບພໍ້ກັນຂອງບັນດາລູກໃນຄອບຄົວໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕີລາຄາສູງປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຢັ້ງຢືນວ່າ ພັກ ແລະລັດຫວຽດນາມ ຍາມໃດກໍເອົາໃຈໃສ່ວຽກງານດຶງດູດ, ເຊື່ອມຕໍ່ປັນຍາຊົນ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ. ສິ່ງນັ້ນຍິ່ງຢັ້ງຢືນວ່າ ໄປພ້ອມກັບການເປີດກວ້າງການພົບປະແລກປ່ຽນ, ການຮ່ວມມືກັບສາກົນນັ້ນການທະວີຄູນນໍ້າໃຈຮັກຊາດ, ປັບປຸງກຸ່ມກ້ອນມະຫາສະມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນກໍແມ່ນຂໍກຸນແຈຊ່ວຍໃຫ້ປະເທດຍິ່ງນັບມື້ນັບພັດທະນາ, ວັດທະນາຖາວອນ.

ໂດຍ: ໄຊຊະນະ