leftcenterrightdel
ການນຳສາມປະເທດ ຮັບປະທານອາຫານເຊົ້າ ແລະເຮັດວຽກ. ພາບ: ກະຊວງການຕ່າງປະເທດ

ທີ່ການພົບປະ, 3 ຝ່າຍໄດ້ເຫັນດີເປັນເອກະສັນກັນກ່ຽວກັບຄວາມສຳຄັນຂອງນໍ້າໃຈໄມຕີຈິດມິດຕະພາບ ແລະຄວາມສະໜິດຕິດພັນລະຫວ່າງ 3 ປະເທດຕໍ່ກັບການພັດທະນາຂອງແຕ່ລະປະເທດ. ໃນສະພາບການທີ່ພາກພື້ນ ແລະສາກົນມີຫຼາຍການຜັນແປທີ່ສັບສົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ 3 ທ່ານ ໄດ້ເນັ້ນໜັກເຖິງບົດບາດ ແລະຄຸນຄ່າຍຸດທະສາດຂອງນ້ຳໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ; ເຫັນດີສືບຕໍ່ຮັກສາ, ເສີມຂະຫຍາຍປະສິດທິຜົນ ແລະເຮັດໃຫ້ກົນໄກສາມຝ່າຍເລິກເຊິ່ງຂຶ້ນຕື່ມ, ຍູ້ແຮງການຮ່ວມມືລະຫວ່າງກະຊວງການຕ່າງປະເທດ 3 ປະເທດຢ່າງແທດຈິງ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ທັດສະນະ, ສົມທົບຫຼັກໝັ້ນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ພ້ອມກັນນັ້ນ, ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ຮ່ວມສຳພັນເສດຖະກິດລະຫວ່າງ 3 ປະເທດ; ຍູ້ແຮງການພົບປະແລກປ່ຽນ, ຝຶກອົບຮົມກໍ່ສ້າງຊາວໜຸ່ມ ແລະການນຳໜຸ່ມແນໃສ່ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນອັນຍາວນານລະຫວ່າງ 3 ປະເທດ.

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດກຳປູເຈຍ ຢັ້ງຢືນວ່າ ການຖອນຕົວຂອງກຳປູເຈຍ ອອກຈາກເຂດສາມຫຼ່ຽມພັດທະນາ ຫວຽດນາມ-ລາວ-ກຳປູເຈຍ ບໍ່ໄດ້ສົ່ງຜົນສະທ້ອນເຖິງກົນໄກຮ່ວມມືຕ່າງໆທັງສອງຝ່າຍ ແລະຫຼາຍຝ່າຍລະຫວ່າງ 3 ປະເທດ.

ສິ້ນສຸດການພົບປະ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ 3 ທ່ານ ໄດ້ເຫັນດີສືບຕໍ່ຮັກສາການຈັດຕັ້ງກອງປະຊຸມປະຈຳປີ ແນໃສ່ກວດກາຄືນບັນດາຂົງເຂດຮ່ວມມື, ປະກອບສ່ວນຊຸກຍູ້ການຮ່ວມມືຮອບດ້ານ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 3 ປະເທດ ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.

ໂດຍ: ສຸລິຈັນ ອຸ່ນທະປັນຍາ