ເຂົ້າຮ່ວມການເຮັດວຽກມີທ່ານເອກອັກຄະລັດຖະທູດ, ອຸປະທູດ ສະຖານທູດບັນດາປະເທດອາຟຣີກາ ປະຈຳ ຮ່າໂນ້ຍ 8 ທ່ານ ແລະ ເອກອັກຄະລັດຖະທູດສະຖານທູດບັນດາປະເທດອາຟຣີກາ ບໍ່ມີສຳນັກງານປະຈຳຢູ່ຫວຽດນາມ 8 ທ່ານ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: baoquocte.vn

ກ່າວຄຳເຫັນນະທີ່ນີ້, ທ່ານ ໂດ໋ຮຸ່ງຫວຽດ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນໃນຂອບເຂດບັນດາເວທີປາໄສຫຼາຍຝ່າຍ; ສະເໜີບັນດາປະເທດອາຟຣີກາສະໜັບສະໜູນຫວຽດນາມ ໃນການອອກສະໝັກເລືອກຕັ້ງເຂົ້າເປັນສະມາຊິກບັນດາກົນໄກສຳຄັນຂອງ ສປຊ ຄື: ສະພາສິດທິມະນຸດ, ສະມັດຊາໃຫຍ່ ສປຊ ແລະ ສະພາຄວາມໝັ້ນຄົງ ສປຊ…

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ສະເໜີເອກອັກຄະລັດຖະທູດບັນດາປະເທດ ເສີມຂະຫຍາຍບົດບາດເປັນຂົວຕໍ່, ເພີ່ມທະວີການສົມທົບກັນໃນການສະເໜີ, ຜັນຂະຫຍາຍບັນດານະໂຍບາຍຮ່ວມມືຢ່າງລະອຽດໃນໄລຍະຈະມາເຖິງ ເພື່ອສ້າງການຫັນປ່ຽນໃນການຮ່ວມມືທາງການຄ້າ, ດຶງດູດການລົງທຶນ. ສ່ວນເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຟຣີກາ ຢັ້ງຢືນຈະສະໜັບສະໜູນຫວຽດນາມ ຊຸກຍູ້ການຮ່ວມມືກັບສະຫະພາບ ອາຟຣີກາ (AU) ບັນດາປະຊາຄົມເສດຖະກິດໃນພາກພື້ນ (RECs)  ໃນທຸກຂົງເຂດ.

ສອງຝ່າຍ ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນວັດທະນະທໍາ, ການທ່ອງທ່ຽວ, ກະວິກໍາ; ສືບຕໍ່ປັບປຸງນິຕິກໍາໃຫ້ສົມບູນແບບ, ເຈລະຈາ, ລົງນາມບັນດາສັນຍາສໍາຄັນ, ຄື: ຫຼີກເວັ້ນການເສຍພາສີສອງຄັ້ງ, ສົ່ງເສີມ ແລະປົກປ້ອງການລົງທຶນ, ສ້າງຕັ້ງກົນໄກຮ່ວມມື ຄື ປຶກສາຫາລືການເມືອງ; ຕັ້ງໜ້າຊອກຫາ, ແຕ່ງຕັ້ງກົງສູນກິດຕິມະສັກທີ່ແຕ່ລະປະເທດ. 

ໂດຍ: ກວຽດເຕິມ