ນີ້ແມ່ນຂໍ້ມູນຂ່າວສານທີ່ໄດ້ຍົກອອກມາຢູ່ກອງປະຊຸມສຳມະນາ “ວັນສາກົນປ້ອງກັນຊັ້ນ ozone ປີ 2024 – 30 ປີແຫ່ງວັນຫວຽດນາມເຂົ້າຮ່ວມສົນທິສັນຍາ ozone ແລະອະນຸສັນຍາ Montreal”, ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ກັນຍາ ຢູ່ຮ່າໂນ້ຍ.

leftcenterrightdel
ທ່ານ ເລກົງແທັງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ. ພາບ: baotainguyenmoitruong.vn

ຢູ່ກອງປະຊຸມສຳມະນາ, ບົດປະກອບຄຳເຫັນຂອງນັກປະຖະກະຖາຫຼາຍທ່ານລ້ວນແຕ່ໃຫ້ຂໍ້ສັງເກດວາພາຍຫຼັງ 30 ປີເຂົ້າຮ່ວມສົນທິສັນຍາ Vienna ແລະອະນຸສັນຍາ Montreal, ປະຊາຄົມສາກົນໄດ້ຕີລາຄາຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຢ່າງສູງ, ໄດ້ມານະພະຍາຍາມປະຕິບັດຫຼາຍໜ້າທີ່, ມາດຕະການເພື່ອຄວບຄຸມ, ລົບລ້າງທາດທຳລາຍຊັ້ນ ozone, ທາດກໍ່ຜົນກະທົບເຮືອນແກ້ວ ແລະບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ຕາມວິວັດທະນາການໂດຍລັດຖະບານຮັບຮອງເອົານັ້ນ, ຮອດປີ 2045 ຫວຽດນາມ ຈະຫຼຸດລົງການປ່ອຍທາດ CO2 ກວ່າ 11 ລ້ານໂຕນ, ປະກອບສ່ວນປະຕິບັດເປົ້າໝາຍບັນລຸການປ່ອຍທາດພິດລົງລະດັບ 0 ໃນປີ 2050. ຕາມທ່ານ ເລກົງແທັງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລ້ວ, ເພື່ອປະຕິບັດສຳເລັດວິວັດທະນາການນັ້ນ, ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍຫຼາຍກິດຈະກຳຢ່າງຂ້ຽວຂາດກວ່າ.

ທ່ານໃຫ້ຮູ້ວ່າ: ຫວຽດນາມ ສືບຕໍ່ໜູນຊ່ວຍ, ສົ່ງເສີມບັນດາການເຄື່ອນໄຫວຫັນປ່ຽນເຕັກໂນໂລຢີນຳໃຊ້ບັນດາທາດເປັນມິດກັບດິນຟ້າອາກາດ, ປັບປຸງສະມັດຕະພາບພະລັງງານຂອງວັດຖຸອຸປະກອນຫຼຸດອຸດຫະພູມລົງ; ຊຸກຍູ້ການເກັບກຳ, ຜະລິດຄືນໃໝ່, ໝູນໃຊ້ຄືນໃໝ່ ແລະກຳຈັດທາດຕ່າງໆທີ່ໄດ້ຮັບການຄວບຄຸມຕາມອະນຸສັນຍາ  Montreal, ຜັນຂະຫຍາຍຮູບແບບໝູນໃຊ້ເຕັກໂນໂລຢີຫຼຸດອຸນຫະພູມລົງແບບຍືນຍົງ, ດຳເນີນທຸລະກິດການບໍລິການທຳຄວາມເຢັນຢູ່ເຂດຕົວເມືອງ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ