leftcenterrightdel
ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຂອບເຂດກອງປະຊຸມ ຊຸດທີ 57 ຂອງສະພາສິດທິມະນຸດ ສປຊ ຢູ່ ເຊີແນວ, ປະເທດສະວິດ, ວັນທີ 13 ກັນຍາ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າກຸ່ມຫຼັກແຫຼ່ງ (ລວມມີ ຫວຽດນາມ, ບາງກລາເທດ, ຟີລິບປິນ), ກ່າວຄຳເຫັນທີ່ການເຈລະຈາກ່ຽວກັບບົດລາຍງານຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວຂ້ອງເຖິງຜົນກະທົບຂອງບັນດາຜົນເສຍຫາຍໂດຍການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ, ການຊົມໃຊ້ສິດທິມະນຸດຢ່າງຄົບຖ້ວນ.

ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ໄດ້ຢັ້ງຢຶນວ່າ ການປ່ຽນແປງຂອງດິນຟ້າອາກາດພວມກໍ່ຜົນກະທົບຢ່າງຮ້າຍແຮງ, ສົ່ງຜົນສະທ້ອນໂດຍກົງຕໍ່ການຮັບປະກັນສິດທິມະນຸດໂດຍພື້ນຖານ. ບັນດາເຫດການເກີດຂຶ້ນຫວ່າງແລ້ວນີ້, ຄື: ຜົນສະທ້ອນຈາກພາຍຸ Yagi ຢູ່ຫວຽດນາມ, ຟີລິບປິນ, ຈີນ ພ້ອມກັບນ້ຳຖ້ວມຢູ່ບັງກະລາເທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜົນເສຍຫາຍຢ່າງໜັກໜ່ວງໂດຍປະກົດການດິນຟ້າອາກາດທີ່ຮ້າຍແຮງກໍ່ຂຶ້ນ.

ທ່ານເອກອັກຄະລັດທູດ ໄດ້ຮຽກຮ້ອງປະຊາຄົມສາກົກຕ້ອງຮີບດ່ວນເພີ່ມທະວີບັນດາແຫຼ່ງກຳລັງດ້ານການເງິນ ແລະໝູນໃຊ້ມາດຕະການຕ່າງໆໂດຍອີງຕາມສິດທິມະນຸດເພື່ອຮັບມືກັບຜົນເສຍຫາຍໂດຍການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ, ຮັບປະກັນບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ