ທີ່ການສົນທະນາທາງໂທລະສັບ, ທ່ານລັດຖະມົນຕີການຕ່າງປະເທດອີຢິບ Badr Abdelatty ໄດ້ສົ່ງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງເຖິງລັດຖະບານ ແລະປະຊາຊົນຫວຽດນາມ ກ່ຽວກັບຜົນຮ້າຍຢ້ອນຫຼັງຈາກພາຍຸຢາກີ; ຢືນຢັນວ່າ ອີຢິບ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ສາມັກຄີ, ສະໜັບສະໜູນຫວຽດນາມ ຄືການນຳຂັ້ນສູງສອງປະເທດໄດ້ຢືນຢັນຫຼາຍຄັ້ງ.

ກ່ຽວກັບການພົວພັນສອງຝ່າຍ, ທ່ານລັດຖະມົນຕີ Badr Abdelatty ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອີຢິບ ຢູ່ພາກພື້ນ; ຖືວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການລົງທຶນ, ການພົບປະແລກປ່ຽນປະຊາຊົນ; ຢືນຢັນວ່າ ອີຢິບ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດ, ນັກລົງທຶນຫວຽດນາມ ມາລົງທຶນຢູ່ ອີຢິບ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Badr Abdelatty ລັດຖະມົນຕີການຕ່າງປະເທດ, ອົບພະຍົບ ແລະຊາວຕ່າງດ້າວ ອີຢິບ. ພາບ: ກະຊວງການຕ່າງປະເທດ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ບຸ່ຍແທັງເຊີນ ຂອບໃຈທ່ານລັດຖະມົນຕີ Badr Abdelatty ທີ່ໄດ້ສະແດງຄວາມເສົ້າສະຫຼົດໃຈຕໍ່ລັດຖະບານ ແລະປະຊາຊົນຫວຽດນາມ ຕໍ່ຄວາມເສຍຫາຍຈາກພາຍຸຢາກີ; ຢືນຢັນວ່າ ການແບ່ງປັນ, ລະດົມກໍາລັງໃຈຢ່າງທັນການຂອງ ອີຢິບ ໃນໄລຍະທີ່ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກແມ່ນຫຼັກຖານສະແດງໃຫ້ເຫັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ.

ເພື່ອແນໃສ່ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະອີຢິບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີສອງປະເທດຮັກສາການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສືບຕໍ່ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ ແລະຂະບວນການບໍ່ຮ່ວມກຸ່ມ. ທ່ານ ບຸ່ຍແທັງເຊີນ ກໍ່ສະເໜີສອງປະເທດຮ່ວມມືຢ່າງແໜ້ນແຟ້ນເພື່ອຊຸກຍູ້ການຮ່ວມມືຂອງແຕ່ລະປະເທດກັບອົງການຈັດຕັ້ງພາກພື້ນເຊິ່ງປະເທດນັ້ນເປັນສະມາຊິກ, ຄື: ສະຫະພັນ ອາຣັບ ແລະອາຊຽນ.

ໂດຍ: ເຈິ່ນຮວ່ຽນ