ບັນດາປະເທດ ແລະອົງການຈັດຕັ້ງສາກົນກໍ່ໄດ້ໜູນຊ່ວຍໂດຍກົງກໍ່ຄືທາງອ້ອມດ້ານຊັບພະຍາກອນມະນຸດ ແລະວັດຖຸໃຫ້ຫວຽດນາມ ຢ່າງທັນການ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງໃຫ້ໄວທີ່ສຸດ.

ທ່ານ Samdech Techo Hun Sen ຮັກສາການປະມຸກລັດແຫ່ງລາຊະອານາຈັກກໍາປູເຈຍ, ທ່ານ Hun Manet ນາຍົກລັດຖະມົນຕີກຳປູເຈຍ, ທ່ານນາງ Khuon Sudary ປະທານສະພາແຫ່ງຊາດ ກໍາປູເຈຍ ໄດ້ສົ່ງຄຳເຫັນອົກເຫັນໃຈ ແລະແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງລັດ ແລະປະຊາຊົນຫວຽດນາມ, ພິເສດແມ່ນເຖິງຄອບຄົວຜູ້ປະສົບໄພທຳມະຊາດ. ການນໍາກຳປູເຈຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະອົດທົນຜ່ານຜ່າໄລຍະເວລາທີ່ຫຍຸ້ງຍາກນີ້ໄປໄດ້.

leftcenterrightdel
ພາບປະກອບ: qdnd.vn

ທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ ໄດ້ແບ່ງປັນຄວາມເສຍຫາຍ ແລະຢືນຢັນເຖິງຄວາມສາມັກຄີກັບປະຊາຊົນຫວຽດນາມ. ອິນເດຍ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະຊ່ວຍເຫຼືອຫວຽດນາມ ເພື່ອໃຫ້ປະຊາຊົນຢູ່ບັນດາເຂດທີ່ໄດ້ຮັບຜົນສະທ້ອນຈາກໄພທໍາມະຊາດຜ່ານຜ່າຄວາມຫຍຸ້ງຍາກ ແລະສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ.

ທ່ານ Christopher Luxon ນາຍົກລັດຖະມົນຕີນິວຊີແລນ ໄດ້ແບ່ງປັນຄວາມເສົ້າສະຫຼົດໃຈ ແລະຢືນຢັນເຖິງນ້ຳໃຈສາມັກຄີກັບປະຊາຊົນຫວຽດນາມ, ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ, ຜ່ານຜ່າທຸກຄວາມຫຍຸ້ງຍາກເຮັດໃຫ້ຊີວິດການເປັນຢູ່ກັບຄືນປົກກະຕິໂດຍໄວ.

ສັນຕະປະປາ Francis, ທ່ານ Aleksandr Lukashenko ປະທານາທິບໍດີສາທາລະນະລັດເບລາຣຸດ, ທ່ານ Wavel Ramkalawan ປະທານາທິບໍດີສາທາລະນະລັດ Seychelles ກໍ່ໄດ້ສົ່ງຈົດໝາຍ, ໂທລະເລກ ແລະສານແບ່ງປັນຄວາມເສົ້າສະຫຼົດໃຈກ່ຽວກັບຄວາມເສຍຫາຍຈາກພາຍຸລູກທີ 3 ກໍ່ຂຶ້ນຕໍ່ຫວຽດນາມ.

*ເນື່ອງໃນໂອກາດນີ້, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ: ກຳປູເຈຍ, ອາເມລິກາ, ນິວຊີແລນ, ເອຢິບ, ເບລາຣຸດ, ແບນຊິກ, ບຸນກາຣີ, ການາດາ, ສາທາລະນະລັດ ເຊັກ, Seychelle ໄດ້ສົ່ງຈົດໝາຍເຖິງທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະສະຖານທູດບັນດາປະເທດກໍ່ໄດ້ແບ່ງປັນບັນດາສານໃນເວັບໄຊ ແລະເຄືອຂ່າຍສື່ສັງຄົມຂອງຕົນ, ສະແດງຄວາມເຫັນອົກເຫັນໃຈຕໍ່ຄວາມເສຍຫາຍຈາກພາຍຸລູກທີ 3 ກໍ່ຂຶ້ນຕໍ່ປະຊາຊົນຫວຽດນາມ.

ພ້ອມກັບຈົດໝາຍ, ໂທລະສັບຢື້ຢາມຖາມຂ່າວ, ບັນດາປະເທດ ແລະອົງການຈັດຕັ້ງສາກົນຫຼາຍປະເທດກໍ່ໄດ້ໃຫ້ການສະໜັບສະໜູນດ້ານການເງິນ, ອຸປະກອນ, ເຄື່ອງໃຊ້ທີ່ຈຳເປັນ ແລະຊ່ຽວຊານ… ຢ່າງທັນການ. ມາຮອດວັນທີ 16 ກັນຍາ, ມີ 20 ປະເທດ ແລະອົງການຈັດຕັ້ງສາກົນຕັດສິນໃຈ ຫຼື ຄາດຄະເນຈະໜູນຊ່ວຍດ້ວຍມູນຄ່າກວ່າ 22 ລ້ານໂດລາສະຫະລັດ (ເທົ່າກັບປະມານ 550 ຕື້ດົ່ງ) ແລະອຸປະກອນຫຼາຍຢ່າງທີ່ຮັບໃຊ້ເຂົ້າໃນການພັກຢູ່ອາໄສ, ນ້ຳສະອາດ, ສຸຂະອະນາໄມ... ໃຫ້ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸລູກທີ 3.

ດ້ວຍມູນເຊື້ອຮັກຊາດ, ຍາມໃດກໍ່ມຸ່ງໄປເຖິງປະເທດຊາດ ແລະຕອບສະໜອງຄຳຮຽກຮ້ອງຂອງແນວໂຮມປະເທດຊາດຫວຽດນາມ, ຊາວຫວຽດນາມ ຢູ່ຕ່າງປະເທດໄດ້ອຸປະຖໍາກວ່າ 600 ລ້ານດົ່ງ. ນອກຈາກນັ້ນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ເປັນເຈົ້າການຮຽກຮ້ອງ, ບໍລິຈາກເຖິງ 19 ຕື້ດົ່ງ ເພື່ອໜູນຊ່ວຍປະຊາຊົນຢູ່ບັນດາທ້ອງຖິ່ນທີ່ໄດ້ຮັບຜົນສະທ້ອນຈາກພາຍຸລູກທີ 3, ເພື່ອແກ້ໄຂຄວາມເສຍຫາຍ ແລະເຮັດໃຫ້ຊີວິດການເປັນຢູ່ກັບຄືນປົກກະຕິໂດຍໄວ.

ໂດຍ: ທະນາພອນ