ຕອນເຊົ້າວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເປັນປະທານວາລະປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນກັນຍາ ປີ 2024, ເພື່ອແນໃສ່ສືບຕໍ່ບູລະນະຂອບເຂດນິຕິກຳ, ແກ້ໄຂຂໍ້ຈຳກັດ, ຂໍ້ຕິດຂັດ, ລຸລ່ວງທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາ. ກ່ອນດຳເນີນກອງປະຊຸມ, ຕໍ່ໜ້າສະພາບການພາຍຸຝົນຕົກ, ດິນເຊາະເຈື່ອນ, ນ້ຳຖ້ວມກໍ່ຜົນເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະຊັບສິນ, ລັດຖະບານໄດ້ກົ້ມຫົວໜຶ່ງນາທີ ເພື່ອອາໄລຫາຜູ້ເສຍຊີວິດໂດຍພາຍຸນ້ຳຖ້ວມກໍ່ຂຶ້ນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: baochinhphu.vn

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ “ແຕ່ລະຄົນຕ້ອງເຮັດວຽກທົບສອງເທົ່າ”, ສືບຕໍ່ກະຕຸກຊຸກຍູ້, ຊີ້ນຳປະຕິບັດການແກ້ໄຂຜົນຕາມມາຈາກພາຍຸ ຢາກີ, ນຳຊີວິດການເປັນຢູ່ ແລະການຜະລິດກັບຄືນສູ່ສະພາບເປັນປົກກະຕິຢ່າງຮີບດ່ວນ. ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີ: ໃນກອງປະຊຸມສ້າງກົດໝາຍຄັ້ງນີ້, ບັນດາສະມາຊິກລັດຖະບານສະແດງຈິດໃຈ, ຄວາມຮັບຜິດຊອບ, ພູມປັນຍາ, ປຶກສາຫາລືປະກອບຄຳເຫັນເພື່ອບູລະນະຂອບເຂດນິຕິກຳ, ແກ້ໄຂຂໍ້ຈຳກັດ, ຂໍ້ຕິດຂັດ, ລຸລ່ວງແຫຼ່ງກຳລັງໃຫ້ແກ່ການພັດທະນາ.

ໂດຍ: ກວຽດເຕິມ