ທີ່ການຕ້ອນຮັບ, ສອງຝ່າຍໄດ້ເຫັນດີຕໍ່ການກຳນົດທິດໃຫຍ່ຈໍານວນໜຶ່ງ ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືໃນທຸກຂົງເຂດຢ່າງມີປະສິດທິຜົນ, ນໍາການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ, ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ໂດຍໄວ.

ຕາມນັ້ນແລ້ວ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ, ທຸກຂັ້ນ ແລະທຸກຊ່ອງທາງ (ພັກ, ລັດ, ລັດຖະບານ ແລະການພົບປະແລກປ່ຽນປະຊາຊົນ), ຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃນທຸກຂົງເຂດ. ສອງຝ່າຍເຊື່ອໝັ້ນວ່າ ຈະບັນລຸເປົ້າໝາຍວົງເງິນການຄ້າສອງຝ່າຍ 18 ຕື້ USD ໂດຍໄວ; ເຫັນດີສົມທົບກັນແກ້ໄຂຄວາມຫຍຸ້ງຍາກ, ຫຼຸດຜ່ອນສິ່ງກີດຂວາງດ້ານການຄ້າ ແລະອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວສົ່ງເສີມການຄ້າ ແລະການເຂົ້າເຖິງຕະຫຼາດສິນຄ້າຂອງກັນ, ໃນນັ້ນມີຜະລິດຕະພັນກະເສດ ແລະຜະລິດຕະພັນ Halal.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Prabowo Subianto ປະທານາທິບໍດີອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍຍັງເຫັນດີສົ່ງເສີມ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຂອງສອງປະເທດເຂົ້າເຖິງຕະຫຼາດຂອງກັນ, ພິເສດແມ່ນບັນດາ ຂົງເຂດໃໝ່, ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ການຫັນປ່ຽນພະລັງງານ, ພັດທະນາລະບົບນິເວດລົດໄຟຟ້າ; ຊຸກຍູ້ການລົງນາມໃນເອກະສານຮ່ວມມືແລກປ່ຽນການບໍາລຸງສ້າງດ້ານເຕັກນິກ ແລະເສດຖະກິດດີຈີຕອນໂດຍໄວ. ການນຳສອງທ່ານຍັງໄດ້ເຫັນດີຕໍ່ການເຮັດໃຫ້ການຮ່ວມມືໃນບັນດາຂົງເຂດສຳຄັນອື່ນໆ, ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືທາງທະເລ, ການຮ່ວມມືດ້ານການປະມົງ, ກໍ່ສ້າງສາຍພົວພັນຄູ່ຮ່ວມມືດີຈີຕອນ, ລວມມີການຄ້າເອເລັກໂຕນິກຂ້າມຊາຍແດນ, ການຫັນເປັນດີຈີຕອນ; ການຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ ແລະຮູບການອາດຊະຍາກຳທາງອິນເຕີແນັດປະເພດຕ່າງໆ, ໜູນຊ່ວຍວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ; ເພີ່ມທະວີການຮ່ວມມືພົບປະແລກປ່ຽນດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ, ການເຊື່ອມຕໍ່ທາງການບິນ ແລະການເຊື່ອມຕໍ່ກັບທ້ອງຖິ່ນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ການນຳສອງທ່ານກໍ່ໄດ້ປຶກສາຫາລືກ່ຽວກັບສະພາບການພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເພີ່ມທະວີການຮ່ວມມື, ປັບປຸງຄວາມສາມັກຄີ, ບົດບາດໃຈກາງ ແລະທັດສະນະລວມຂອງອາຊຽນ ໃນບັນຫາຄວາມໝັ້ນຄົງຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ; ຊຸກຍູ້ການພັດທະນາແບບຍືນຍົງ ແລະສະໝໍ່າສະເໝີລະຫວ່າງບັນດາອະນຸພາກພື້ນໃນພາກພື້ນ, ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງ. ທ່ານ ຟ້າມມິງຈິ໊ງ ສະເໜີຝ່າຍອິນໂດເນເຊຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຮັກສາຄວາມສາມັກຄີ, ຫຼັກໝັ້ນລວມ ແລະບັນດາໝາກຜົນທີ່ ອາຊຽນ ບັນລຸໄດ້ໃນບັນຫາທະເລຕາເວັນອອກ, ຊຸກຍູ້ການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລ (COC) ຢ່າງແທດຈິງ, ມີປະສິດທິພາບ ແລະສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

* ຕອນເຊົ້າວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Prabowo Subianto ປະທານາທິບໍດີອິນໂດເນເຊຍ.

ທີ່ການຕ້ອນຮັບ, ການນໍາສອງທ່ານໄດ້ເຫັນດີໂດຍຖືວ່າ ຄວນເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍຄືໃນການຮ່ວມມືປ້ອງກັນສະກັດກັ້ນ, ຕໍ່ສູ້ ແລະແກ້ໄຂອາດຊະຍາກຳຂ້າມຊາດແນໃສ່ປົກປ້ອງພົນລະເນືອງ ແລະປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງສອງປະເທດ; ສົມທົບກັນສະກັດກັ້ນການຂຸດຄົ້ນສິນທະເລທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU).

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Prabowo Subianto ປະທານາທິບໍດີອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ການນຳສອງທ່ານໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ; ຮັກສາຄວາມສາມັກຄີ, ຫຼັກໝັ້ນລວມ ແລະຜົນສຳເລັດທີ່ອາຊຽນ ບັນລຸໄດ້ໃນບັນຫາທະເລຕາເວັນອອກ; ຊຸກຍູ້ການເຈລະຈາກ່ຽວກັບ COC ຢ່າງແທດຈິງ, ມີປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982.

ປະທານສະພາແຫ່ງຊາດຫວັງວ່າ ທ່ານປະທານາທິບໍດີອິນໂນເນເຊຍ ຈະສະໜັບສະໜູນສະພາແຫ່ງຊາດສອງປະເທດເພີ່ມທະວີການຮ່ວມມືຕາມທິດເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ; ແບ່ງປັນບົດຮຽນປະສົບການລະຫວ່າງບັນດາຄະນະກໍາມາທິການສະເພາະກິດຂອງສະພາແຫ່ງຊາດ, ບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາຍິງ ແລະ ສະມາຊິກລັດຖະສະພາໜຸ່ມ, ເປັນຕົ້ນແມ່ນໃນການສ້າງກົດໝາຍ ແລະ ລະບອບລະບຽບການ, ສຳລັບບັນດາບັນຫາທົ່ວໂລກຄື: ການຫັນເປັນດີຈີຕອນ, ການເຕີບໂຕສີຂຽວ, ການຫັນປ່ຽນພະລັງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

ສອງຝ່າຍໄດ້ສົມທົບກັນຕິດຕາມກວດກາບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືສອງຝ່າຍຢ່າງຮອບດ້ານ, ໃນນັ້ນມີການເຊື່ອມຕໍ່ດ້ານເສດຖະກິດ, ທ້ອງຖິ່ນ, ວິສາຫະກິດ, ການພົປະແລກປ່ຽນປະຊາຊົນ; ການຮ່ວມມືຢ່າງແໜ້ນແຟ້ນຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ.

ໂດຍ: ທູຈາງ