leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ເຂົ້າຍື່ນສານຕາຕັ້ງ ແລະເຂົ້າຢ້ຽມຂໍ່ານັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ He Wei ຈະເສີມຂະຫຍາຍບົດບາດເປັນຂົວຕໍ່ສຳຄັນໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຊຸກຍູ້ພາລະກິດມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ພັກ, ລັດ, ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ ຢ່າງສະເໝີຕົ້ນສະເໝີປາຍ,  ຖືນີ້ແມ່ນການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຮັບສານຕາຕັ້ງຈາກທ່ານ Poshitha Perera ເອກອັກຄະລັດຖະທູດ ສີລັງກາ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຕ້ອນຮັບທ່ານ Poshitha Perera ເອກອັກຄະລັດຖະທູດ ສີລັງກາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະມີການປະກອບສ່ວນແທດຈິງຫຼາຍຢ່າງໃຫ້ແກ່ການຊຸກຍູ້ການພົວພັນ ຫວຽດນາມ-ສີລັງກາ ພັດທະນາອັນດີງາມ; ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ ສີລັງກາ ເປີດກວ້າງການພົວພັນຮ່ວມມືກັບ ອາຊຽນ, ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ສີລັງກາ ໃນເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Philipp Agathonos ເອກອັກຄະລັດຖະທູດໂອຕຣິດ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຕ້ອນຮັບທ່ານ Philipp Agathonos ເອກອັກຄະລັດຖະທູດ ໂອຕຣິດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະການຮ່ວມມືທີ່ເປັນມູນເຊື້ອກັບ ໂອຕຣິດ; ສະເໜີທ່ານເອກອັກຄະລັດຖະທູດຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຜ່ານນັ້ນສ້າງກຳລັງໜູນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ. ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນ, ໝູນໃຊ້ຜົນປະໂຫຍດຂອງສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ຢ່າງມີປະສິດທິຜົນ; ຊຸກຍູ້, ຂົນຂວາຍສະພາແຫ່ງຊາດ ໂອຕຣິດ ໃຫ້ສຳເລັດລະບຽບການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA).

ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ 14 ທ່ານທີ່ມາຈາກ: ກົດສະຕາຣິກາ, ມານຕາ, ຊໍາເບຍ, ເຊຍຣາລີໂອນ, ບົດສະວານາ, ພູຖານ...

ໂດຍ: ເຈິ່ນຮວ່ຽນ