leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງຜົນງານແຫ່ງການພັດທະນາເສດຖະກິດ-ສັງຄົມ ເຊິ່ງ ອິນໂດເນເຊຍ ບັນລຸໄດ້ໃນໄລຍະຜ່ານມາ, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ແມ່ນໜຶ່ງໃນບັນດາຕະຫຼາດເຕັກນິກດີຈີຕອນພັດທະນາໄວທີ່ສຸດຂອງໂລກ, ໄດ້ມີຂໍ້ລິເລີ່ມຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ການຮ່ວມມືຢູ່ພາກພື້ນ ແລະໃນໂລກ.

ສ່ວນທ່ານປະທານາທິບໍດີ Prabowo Subianto ຢືນຢັນວ່າ ອິນໂດເນເຊຍ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືກັບ ຫວຽດນາມ-ເປັນຄູ່ຮ່ວມມືຍຸດທະສາດໜຶ່ງດຽວຂອງ ອິນໂດເນເຊຍ ໃນອາຊຽນ; ປາດຖະໜາຢາກຜັນຂະຫຍາຍມາດຕະການຕ່າງໆ ເພື່ອເຮັດໃຫ້ການພົວພັນນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ແລກປ່ຽນບາງທິດທາງຮ່ວມມືແນໃສ່ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ສອງຝ່າຍເຫັນດີເປັນເອກະພາບປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການສືບຕໍ່ເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ ແລະທຸກຂັ້ນກັບພັກ, ລັດ, ສະພາແຫ່ງຊາດ, ການພົບປະແລກປ່ຽນປະຊາຊົນ, ເຊື່ອມຕໍ່ທ້ອງຖິ່ນ; ສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ອິນໂດເນເຊຍ (1955-2025)…

ການນຳສອງທ່ານຢືນຢັນຄືນໃໝ່ຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງ ແລະຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ; ຮັກສາຄວາມສາມັກຄີ, ຫຼັກໝັ້ນລວມ ແລະບັນດາໝາກຜົນທີ່ອາຊຽນບັນລຸໄດ້ໃນບັນຫາທະເລຕາເວັນອອກ; ຊຸກຍູ້ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີເນື້ອແທ້, ມີຜົນສັກສິດ, ສອດຄ່ອງກັບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ໂດຍ: ເຈິ່ນຮວ່ຽນ