ນີ້ແມ່ນຄຳປາໄສຂອງທ່ານ Alberto Anaya Guitierrez ເລຂາທິການໃຫຍ່ພັກແຮງງານເມັກຊິກໂກ  ທີ່ການຕ້ອນຮັບຄະນະນັກຂ່າວຫວຽດນາມ ນຳໂດຍທ່ານ ເຈິ່ນມາຍເຫືອງ ອະດີດຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ ເມັກຊິກໂກ.

ທ່ານເລຂາທິການໃຫຍ່ Alberto Anaya Guitierrez ຢືນຢັນວ່າ ບັນດາຜະລິດຕະພັນສື່ສານຂອງສໍານັກຂ່າວສານຫວຽດນາມ ນັບມື້ນັບມີຄຸນນະພາບ ແລະຫຼາຍຮູບຫຼາຍແບບ, ຍາມໃດກໍ່ຕິດແທດກັບລະດັບການພັດທະນາຂອງວິທະຍາສາດ-ເຕັກໂນໂລຢີ ກໍ່ຄືການຫັນປ່ຽນຢ່າງວ່ອງໄວຂອງສະພາບການໂລກ. ທ່ານເລຂາທິການໃຫຍ່ Guitierrez ເນັ້ນໜັກວ່າ ນອກຈາກພາລະໜ້າທີ່ກໍານົດທິດທາງ, ເນື້ອໃນຂໍ້ມູນຂ່າວສານຂອງສໍານັກຂ່າວສານຫວຽດນາມ ຍັງມີລັກລະສະນະທົ່ວໂລກ, ຜ່ານນັ້ນແນະນໍາພາບພົດຂອງຫວຽດນາມ ທີ່ເຕັມໄປດ້ວຍກຳລັງແຮງພາຍໃນ ແລະມີຄວາມດຶງດູດໃຈຫຼາຍເຖິງຜູ້ອ່ານໃນທົ່ວ 5 ທະວີບ. ພັກແຮງງານ ເມັກຊິກໂກ ປາດຖະໜາຢາກສືບຕໍ່ຮ່ວມເດີນທາງ, ສົມທົບກັບສຳນັກຂ່າວສານຫວຽດນາມ ໃນວຽກງານໂຄສະນາ-ສື່ສານເພື່ອຜົນປະໂຫຍດຂອງສອງປະເທດ.

leftcenterrightdel
ທ່ານ ເຈິ່ນມາຍເຫືອງ ອະດີດຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານ Alberto Anaya Gutiérrez ເລຂາທິການໃຫຍ່ພັກແຮງງານເມັກຊິກໂກ. ພາບ: ສໍານັກຂ່າວສານຫວຽດນາມ

ເຕື້ອງເຖິງບົດບາດຂອງສື່ມມວນຊົນປະຕິວັດຫວຽດນາມ ໃນໄລຍະໃໝ່, ທ່ານ ເຈີ່ນມາຍເຫືອງ ຢືນຢັນວ່າ: ໃນໄລຍະທີ່ຫວຽດນາມ ກໍາລັງເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ, ພ້ອມກັບການກະທົບຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ນັ້ນ, ສື່ມວນຊົນຫວຽດນາມ ບໍ່ພຽງແຕ່ແມ່ນເຄື່ອງມືໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍ, ກົດໝາຍຂອງພັກ ແລະລັດ, ຊ່ວຍກໍານົດທິດທາງໃຫ້ຫາງສຽງເທົ່ານັ້ນ, ຫາກຍັງສວມບົດບາດສໍາຄັນເປັນເວທີປາໄສ ເພື່ອໃຫ້ປະຊາຊົນສະແດງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຕໍ່ກັບບັນຫາຂອງສັງຄົມອີກດ້ວຍ.

ໂດຍ: ທູຈາງ