ວາລະປະຊຸມໄດ້ຈັດຂຶ້ນໂດຍກົງ ແລະຜ່ານທາງອອນໄລລະຫວ່າງສໍານັກງານນາຍົກລັດຖະມົນຕີກັບ 44 ແຂວງ ແລະນະຄອນທີ່ຂຶ້ນກັບສູນກາງທີ່ມີບັນດາກິດຈະກໍາ, ໂຄງການສໍາຄັນລະດັບຊາດ ແລະຈຸດສຸມຂອງຂະແໜງຄົມມະນາຄົມຂົນສົ່ງໃນບໍລິເວນ.

leftcenterrightdel
ບັນຍາກາດທີ່ວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ ມາຮອດປະຈຸບັນ, ບັນຊີລາຍຊື່ບັນດາໂຄງການໂດຍຄະນະຊີ້ນຳຕິດຕາມລວມມີ 40 ໂຄງການໃຫຍ່/92 ໂຄງການໃນ 3 ຂົງເຂດ, ຄື: ທາງບົກ, ທາງລົດໄຟ ແລະການບິນ, ໄປຜ່ານ 48 ແຂວງ ແລະນະຄອນຂຶ້ນກັບສູນກາງ .

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ນັບແຕ່ນີ້ຮອດທ້າຍປີ 2025, ຕ້ອງປຶກສາຫາລືມາດຕະການຍູ້ໄວຄວາມຄືບໜ້າ ແລະຮັບປະກັນຄຸນນະພາບບັນດາໂຄງການ; ນຳໃຊ້ປະສົບການອັນລໍ້າຄ່າຈາກໂຄງການສາຍໄຟຟ້າ 500kV 3 ວົງຈອນ. ຕາມນັ້ນແລ້ວ, ຕ້ອງສ້າງຂະບວນການແຂ່ງຂັນທີ່ຟົດຟື້ນ, ລະດົມທຸກກຳລັງ; ບັນດາຜູ້ຮັບເໝົາຕົ້ນຕໍລະດົມຜູ້ຮັບເໝົາສຳຮອງຕື່ມອີກ ເພື່ອສ້າງວຽກເຮັດງານທຳ ແລະລາຍຮັບໃຫ້ແກ່ປະຊາຊົນ ແລະວິສາຫະກິດ ແລະຍົກສູງກຳລັງຄວາມສາມາດຂອງຜູ້ຮັບເໝົາໃນບໍລິເວນ... ທ່ານນາຍົກລັດຖະມົນຕີ ກໍ່ສະເໜີຍູ້ແຮງປ່ອຍເງິນລົງທຶນຂອງລັດ, ຊຸກຍູ້ການບຸກທະລຸຍຸດທະສາດ, ໃນນັ້ນມີບຸກທະລຸຍຸດທະສາດດ້ານພື້ນຖານໂຄງລ່າງຄົມມະນາຄົມ...

ໂດຍ: ທະນາພອນ