ຕາມແຈ້ງການທີ່ລົງພິມໃນໜັງສືພິມປະຈຳວັນ Granma, ອົງການກະບອກສຽງຂອງພັກກອມມູນິດກູບາ ແລ້ວ, ກູບາ ຈະຈັດພິທີໄວ້ທຸກລະດັບຊາດເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນັບແຕ່ເວລາ 6 ໂມງຂອງວັນທີ 20 ກໍລະກົດ (ຕາມເວລາທ້ອງຖິ່ນ) ຮອດເວລາ 24 ໂມງຂອງວັນທີ 21 ກໍລະກົດ, ໃນຂະນະທີ່, ພິທີໄວ້ທຸກລະດັບຊາດຈະຈັດຂຶ້ນໃນຕະຫຼອດວັນທີ 22 ກໍລະກົດ. ໃນເວລາຈັດພິທີໄວ້ທຸກລະດັບຊາດ, ບັນດາສຳນັກງານລັດ ແລະທະຫານໃນທົ່ວປະເທດ ກູບາ ຈະລົດທຸງລົງເຄິ່ງເສົາ, ບໍ່ຈັດບັນດາການເຄື່ອນໄຫວລະຫຼິ້ນ, ບັນເທິງສາທາລະນະ.

leftcenterrightdel
ສະພາແຫ່ງຊາດ ກູບາ ໄດ້ສະຫງວນເວລາໜຶ່ງນາທີໃນກອງປະຊຸມປະຈຳເດືອນ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: ສະຖານທູດກູບາ

ທ່ານປະທານ ກູບາ Miguel Díaz-Canel ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຜູ້ທີ່ທ່ານກໍ່ຖືວ່າແມ່ນເພື່ອນສະຫາຍທີ່ຮັກແພງ ແລະແມ່ນເພື່ອນຜູ້ສຸດຈິດສຸດໃຈຂອງກູບາ. ທ່ານປະທານ ກູບາ ກໍ່ສົ່ງຄຳແບ່ງເບົ່າຄວາມເສົ້າສະຫຼົດໃຈມາຍັງປະຊາຊົນຫວຽດນາມ ອ້າຍນ້ອງ, ຄອບຄົວ ແລະຍາດຕິພີ່ນ້ອງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ແລະກໍ່ໃນວັນທີ 19 ກໍລະກົດ, ສະພາແຫ່ງຊາດ ກູບາ ໄດ້ສະຫງວນເວລາໜຶ່ງນາທີໃນກອງປະຊຸມປະຈຳເດືອນ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ໂດຍ: ກວຽດເຕິມ