ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຂອບໃຈ ແລະຕີລາຄາສູງທ່ານ Thomas Vallely ທີ່ໄດ້ປະກອບສ່ວນສຳຄັນຫຼາຍຢ່າງ, ພິເສດແມ່ນໃນຂົງເຂດການສຶກສາ ແລະການເຈລະຈານະໂຍບາຍ, ປະກອບສ່ວນເຂົ້າໃນການບໍລິຫານເສດຖະກິດຢ່າງມີປະສິດທິຜົນ, ປັບປຸງ ແລະຊຸກຍູ້ການພົວພັນຫວຽດນາມ - ອາເມລິກາ.

ທ່ານນາຍົກລັດຖະມົນຕີ ສະເໜີທ່ານສາດສະດາຈານ Thomas Vallely ແລະບັນດານັກຊ່ຽວຊານສືບຕໍ່ໜູນຊ່ວຍຫວຽດນາມ ໃນການໃຫ້ຄໍາປຶກສານະໂຍບາຍ, ຖ່າຍທອດເຕັກໂນໂລຢີ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ, ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງອັດສະລິຍະ; ມອບໃຫ້ບັນດາກະຊວງ, ຂະແໜງການ ແລະນະຄອນໂຮ່ຈີມິນ ໝູນໃຊ້ບັນດານະໂຍບາຍຢ່າງມີໄຫວພິບ, ສ້າງເງື່ອນໄຂສະດວກໃຫ້ບັນດາຄູ່ຮ່ວມມື, ນັກລົງທຶນເວົ້າລວມ ແລະມະຫາວິທະຍາໄລ Fulbright ຫວຽດນາມ ເວົ້າສະເພາະ ເຄື່ອນໄຫວ ແລະພັດທະນາບົນພື້ນຖານເຄົາລົບກົດໝາຍ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບອະດີດຜູ້ອຳນວຍການໂຄງການຫວຽດນາມ ຢູ່ Harvard. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານສາດສະດາຈານ Thomas Vallely ແລະບັນດານັກຊ່ຽວຊານມະຫາວິທະຍາໄລ Fulbright ໄດ້ຕີລາຄາສູງໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ແລະການບໍລິຫານຢ່າງຂ້ຽວຂາດ, ມີໄຫວພິບ ແລະມີປະສິດທິຜົນຂອງລັດຖະບານ ແລະນາຍົກລັດຖະມົນຕີ ໃນໄລຍະຜ່ານມາ, ເຖິງວ່າໂລກພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ.

ທ່ານສາດສະດາຈານ ໄດ້ສະແດງຄວາມປະທັບໃຈຕໍ່ທັດສະນະພັດທະນາຂອງຫວຽດນາມ ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ແລກປ່ຽນ, ຕີລາຄາສູງຄວາມສາມາດບົ່ມຊ້ອນພັດທະນາຂອງຫວຽດນາມ, ພິເສດແມ່ນໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງພະລັງງານ, ແລະ Cloud Computing , ພ້ອມທົງຢືນຢັນ ຈະສືບຕໍ່ໜູນຊ່ວຍ ແລະຮ່ວມມືຢ່າງແໜ້ນແຟ້ນເພື່ອການພັດທະນາແບບຍືນຍົງຂອງຫວຽດນາມ.

ໂດຍ: ທະນາພອນ