ຄວາມຕັດສິນໃຈດ້ານການເມືອງ, ຜົນປະໂຫຍດຮ່ວມກັນ, ວັດທະນະທໍາຄ້າຍຄືກັນ, ສະໜິດຕິດພັນກັບສັງຄົມ ແມ່ນພື້ນຖານຂອງການພົວພັນ ຫວຽດນາມ - ສ.ເກົາຫຼີ

ຕອນບ່າຍວັນທີ 3 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ກ່າວຄໍາເຫັນກ່ຽວກັບນະໂຍບາຍຂອງຫວຽດນາມ ທີ່ມະຫາວິທະຍາໄລແຫ່ງຊາດ ເຊອຸນ; ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກວ່າອີກກັບ ສ.ເກົາຫຼີ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ແຕກດອກອອກຜົນ, ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ ແລະເພື່ອສັນຕິພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກ່າວຄໍາເຫັນກ່ຽວກັບນະໂຍບາຍຂອງຫວຽດນາມ ທີ່ມະຫາວິທະຍາໄລແຫ່ງຊາດ ເຊອຸນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນຕໍ່ໜ້າບັນດາສາດສະດາຈານ, ຄູອາຈານ ແລະນັກສຶກສາຂອງມະຫາວິທະຍາໄລແຫ່ງຊາດ ເຊອຸນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໃຫ້ຮູ້ວ່າ, ຫວຽດນາມ ກໍານົດວ່າ “ການສຶກສາ ແມ່ນລັດຖະໂຍບາຍແຖວໜ້າ”; ເນັ້ນໜັກວ່າ, ປະທານໂຮ່ຈີມິນ ເຄີຍກ່າວວ່າ: ເພື່ອຜົນປະໂຫຍດສິບປີຕ້ອງປູກຕົ້ນໄມ້ ແຕ່ເພື່ອຜົນປະໂຫຍດ ຮ້ອຍປີຕ້ອງປູກຄົນ, ນີ້ກໍແມ່ນຈຸດຄ້າຍຄືກັນລະຫວ່າງ ຫວຽດນາມ ແລະສ.ເກົາຫຼີ ເມື່ອທັງສອງປະເທດລ້ວນແຕ່ຖືເປັນສໍາຄັນການສຶກສາ-ກໍ່ສ້າງ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມໃນພິທີກ່າວຄໍາເຫັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກ່ຽວກັບນະໂຍບາຍຂອງຫວຽດນາມ ທີ່ມະຫາວິທະຍາໄລແຫ່ງຊາດ ເຊອຸນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຊື່ອໝັ້ນວ່າ ການພົວພັນຮ່ວມມືມິດຕະພາບ ຫວຽດນາມ-ສ.ເກົາຫຼີ ຈະນັບມື້ນັບພັດທະນາຢ່າງແຮງ, ມີປະສິດທິຜົນ, ຍືນຍົງດ້ວຍອະນາຄົດທີ່ສົດໃສຢູ່ຕໍ່ໜ້າ - ຍ້ອນມີບັນດາປັດໄຈພື້ນຖານທີ່ສໍາຄັນຂອງສອງປະເທດ, ໂດຍສະເພາະແມ່ນຄວາມຕັດສິນໃຈດ້ານການເມືອງ, ຜົນປະໂຫຍດຮ່ວມກັນ, ວັດທະນະທໍາຄ້າຍຄືກັນ, ກໍຄືຄວາມສະໜິດຕິດພັນພື້ນຖານສັງຄົມ; ເນັ້ນໜັກວ່າ ດ້ວຍປະຫວັດສາດອັນຍານນານຂອງການພົວພັນເຊິ່ງປະຊາຊົນ ແລະການນໍາສອງປະເທດໄດ້ເພີ່ມພູນຄູນສ້າງ, ຄວາມສາມາດຮ່ວມມືລະຫວ່າງສອງປະເທດ ແລະດ້ວຍຄວາມຕັດສິນໃຈ, ການປະດິດສ້າງ, ກໍາລັງແຮງພາຍໃນ, ຄວາມສະໜິດຕິດພັນຢ່າງແໜ້ນແຟ້ນຂອງປະຊາຄົມວິສາຫະກິດ, ປະຊາຊົນ, ໂດຍສະເພາະແມ່ນຮຸ່ນໜຸ່ມສອງປະເທດ, ຫວຽດນາມ ແລະສ.ເກົາຫຼີ ຈະເສີມຂະຫຍາຍສິ່ງທີ່ຄ້າຍຄືກັນ, ຊ່ວຍຊູກັນ, ໜູນຊ່ວຍກັນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມກັນພັດທະນາວັດທະນາຖາວອນ.

leftcenterrightdel
ການນໍາກຸ່ມບໍລິສັດ Samsung ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ. ພາບ: ສໍານັກຂ່າວສານຫວຽດນາມ.

ກໍໃນວັນທີ 3 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ໄປຢ້ຽມຢາມກຸ່ມ semiconductor ຂອງກຸ່ມບໍລິສັດ Samsung ຢູ່ແຂວງ Gyeonggi ເຊິ່ງເປັນຮາກຖານຜະລິດ semiconductor ໃຫຍ່ສຸດທົ່ວໂລກຂອງ  Samsung ເພື່ອຊອກຮູ້ກ່ຽວກັບຮູບແບບພັດທະນາຂະແໜງ semiconductor ທີ່ ຫວຽດນາມ ພວມມຸ່ງໄປເຖິງ.

ຜັນຂະຫຍາຍການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານເພື່ອຮັບໃຊ້ການຫັນເປັນດີຈີຕອນ

ເນື່ອງໃນໂອກາດຮ່ວມເດີນທາງພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນບ່າຍວັນທີ 3 ກໍລະກົດ, ທີ່ນະຄອນ An Yang, ທ່ານພົນໂທ ເລຮຸຍວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີການພົບປະ ແລະເຮັດວຽກກັບທ່ານ Choi Dae Ho ເຈົ້າຄອງນະຄອນ An Yang.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ທີ່ການພົບປະ, ທ່ານພົນໂທ ເລຮຸຍວິ້ງ ຂອບໃຈທ່ານ Choi Dae Ho ທີ່ໄດ້ສະຫຼະເວລາອັນມີຄ່າຕ້ອນຮັບຄະນະ ແລະສັບຊ້ອນໃຫ້ຄະນະ ໄປຢ້ຽມຢາມສູນບໍລິຫານນະຄອນອັດສະລິຍະຂອງ An Yang. ທ່ານພົນໂທ ເລຮຸຍວິ້ງ ໃຫ້ຮູ້ວ່າ ປັດຈຸບັນ, ກະຊວງປ້ອງກັນປະເທດຫວຽດນາມ ພວມສຸມໃສ່ປະຕິບັດການຫັນເປັນດີຈີຕອນ, ນໍາໃຊ້ລັດຖະບານເອເລັກໂຕນິກ ເພື່ອຍົກສູງຄວາມສາມາດ, ປະສິດທິຜົນວຽກງານຄຸ້ມຄອງ, ບໍລິຫານ. ສະນັ້ນ, ກະຊວງປ້ອງກັນປະເທດຫວຽດນາມ ປາດຖະໜາຢາກໄດ້ຖອດຖອນບົດຮຽນ, ປະສິດທິຜົນໃນການຜັນຂະຫຍາຍນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ເພື່ອຮັບໃຊ້ການຫັນເປັນດີຈີຕອນ.

leftcenterrightdel
ທ່ານພົນໂທ ເລຮຸຍວິ້ງ ມອບຂອງຂວັນໃຫ້ເຈົ້າຄອງນະຄອນ An Yang Choi Dae Ho. ພາບ: qdnd.vn

ສ່ວນທ່ານເຈົ້າຄອງນະຄອນ An Yang Choi Dae Ho ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ມາຢ້ຽມຢາມ. ທ່ານ Choi Dae Ho ໃຫ້ຮູ້ວ່າ An Yang ແມ່ນນະຄອນຂຶ້ນກັບແຂວງ Gyeonggi, ມີເນື້ອທີ່ກວ່າ 58km², ມີພົນລະເມືອງ 546.161 ຄົນ ດ້ວຍ 1.764  ວິສາຫະກິດລົງທຶນຜະລິດ, ດໍາເນີນທຸລະກິດ, ສ່ວນຫຼາຍແມ່ນເຕັກໂນໂລຊີສູງ, ເອເລັກໂຕນິກ. ນະຄອນ ໄດ້ກໍ່ສ້າງສູນບໍລິຫານນະຄອນອັດສະລິຍະທີ່ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຄຸ້ມຄອງ, ບໍລິຫານນະຄອນ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ.

leftcenterrightdel
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມສູນບໍລິຫານນະຄອນອັດສະລິຍະຂອງ An Yang. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ຖ່າຍຮູບກັບຜູ້ແທນສູນບໍລິຫານນະຄອນອັດສະລິຍະຂອງ An Yang. ພາບ: qdnd.vn

ທີ່ສູນບໍລິຫານນະຄອນອັດສະລິຍະ, ຄະນະ ໄດ້ຮັບຟັງຜູ້ຕາງໜ້າສູນ ແນະນໍາກ່ຽວກັບບັນດາເຕັກໂນໂລຊີ, ເຕັກນິກທັນສະໄໝ, ກ້າວໜ້າທີ່ນໍາໃຊ້ໃນນະຄອນອັດສະລິຍະ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະພັນລະຍາ ອອກຈາກນະຄອນຫຼວງ ເຊອຸນ ເດີນທາງກັບຄືນປະເທດ, ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ. ພາບ: ສໍານັກຂ່າວສານຫວຽດນາມ.

ຕອນຄໍ່າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງກັບຄືນປະເທດ, ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແຕ່ວັນທີ 30 ມິຖຸນາ ຫາວັນທີ 3 ກໍລະກົດ ດ້ວຍຜົນສໍາເລັດຢ່າງຈົບງາມ.

ໂດຍ: ໄຊຊະນະ