leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນແມ່ຍິງ ລາວ ທີ່ການຕ້ອນຮັບ. ພາບ: daibieunhandan.vn

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Chau Bun Eng ຮອງປະທານສະຫະພັນແມ່ຍິງ ກໍາປູເຈຍ ເພື່ອສັນຕິພາບ ແລະການພັດທະນາ ທີ່ການຕ້ອນຮັບ. ພາບ: daibieunhandan.vn

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ການຢ້ຽມຢາມ ແລະເຮັດວຽກຂອງຄະນະ ຄັ້ງນີ້ ສືບຕໍ່ປະກອບສ່ວນຊຸກຍູ້ ແລະເພີ່ມທະວີການພົວພັນມິດຕະພາບທີ່່ເປັນມູນເຊື້ອ, ພິເສດລະຫວ່າງ 3 ພັກ, 3 ລັດ, ປະຊາຊົນ ແລະແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ ເຊິ່ງ ການນໍາຂັ້ນສູງຮຸ່ນຕ່າງໆ ແລະປະຊາຊົນ 3 ປະເທດ ໄດ້ເພີ່ມພູນຄູນສ້າງ. ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ ຖືເປັນສໍາຄັນ, ຮັກສາ ແລະຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບພັກ, ລັດ, ປະຊາຊົນ ລາວ ແລະກໍາປູເຈຍ. ທ່ານປະທານສະພາແຫ່ງຊາດ ຊົມເຊີຍຂໍ້ລິເລີ່ມຂອງສະຫະພັນແມ່ຍິງຫວຽດນາມ ທີ່ໄດ້ສົມທົບກັບສະຫະພັນແມ່ຍິງ ລາວ ແລະກໍາປູເຈຍ ຈັດຕັ້ງເວທີປາໄສການເຊື່ອມຕໍ່, ພົບປະແລກປ່ຽນນັກທຸລະກິດຍິງ 3 ປະເທດ ເພື່ອແນໃສ່ແບ່ງປັນບົດຮຽນກ່ຽວກັບການພັດທະນາວິສາຫະກິດ ແລະຍົກອອກບັນດາຂໍ້ສະເໜີໃນການພັດທະນາເສດຖະກິດສີຂຽວ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄໍາເຫັນທີ່ການຕ້ອນຮັບ. ພາບ: daibieunhandan.vn

ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ໃນໄລຍະທີ່ ຄະນະຜູ້ແທນສະຫະພັນແມ່ຍິງ, ນັກທຸລະກິດຍິງ ລາວ ແລະກໍາປູເຈຍ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ສະຫະພັນແມ່ຍິງ 3 ປະເທດ ຈະສືບຕໍ່ແລກປ່ຽນບົດຮຽນຢ່າງເລິກເຊິ່ງ ແລະຮູບແບບທີ່ດີ, ພ້ອມທັງເຊື່ອມຕໍ່ນັກທຸລະກິດຍິງ 3 ປະເທດ ເພື່ອໃຫ້ແມ່ຍິງ ເວົ້າລວມ, ເວົ້າສະເພາະແມ່ນນັກທຸລະກິດຍິງ ສືບຕໍ່ມີການປະ ກອບສ່ວນອັນສໍາຄັນເຂົ້າໃນກິດຈະການສ້າງສາ, ພັດທະນາຂອງແຕ່ລະປະເທດ ແລະຂອງພາກພື້ນ. ທ່ານປະທານສະພາແຫ່ງຊາດ ສະເໜີວ່າໃນໄລຍະຈະມາເຖິງ, ບົນພື້ນຖານສະພາບການຂອງແຕ່ລະປະເທດ, ສະຫະພັນແມ່ຍິງ 3 ປະເທດ ຈະສືບຕໍ່ແລກປ່ຽນກ່ຽວກັບທິດທາງ ແລະມາດຕະການຮ່ວມມື ແນໃສ່ເຮັດວຽກງານເພື່ອການພັດທະນາຂອງແມ່ຍິງ ແລະຄວາມສະເໝີພາບລະຫວ່າງຍິງຊາຍ ໃຫ້ດີກວ່າ, ເຊື່ອມຕໍ່ນັກທຸລະກິດຍິງ 3 ປະເທດ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ອົງການຈັດຕັ້ງແມ່ຍິງ, ປະກອບສ່ວນເຂົ້າໃນການພົວພັນສາມັກຄີ, ການຮ່ວມມືຮອບດ້ານລະຫວ່າງ ພັກ, ລັດ ແລະປະຊາຊົນ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ກັບຜູ້ແທນສະຫະພັນແມ່ຍິງ ແລະນັກທຸລະກິດຍິງ ຂອງ ລາວແລະ ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ການນໍາສະຫະພັນແມ່ຍິງ ລາວ, ກໍາປູເຈຍ ຢັ້ງຢືນວ່າ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີ, ຮັດແໜ້ນການພົວພັນກັບສະຫະພັນແມ່ຍິງຫວຽດນາມ ເພື່ອຍົກສູງລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ, ປະສິດທິຜົນການເຄື່ອນໄຫວຂອງສະຫະພັນແມ່ຍິງ.

ໂດຍ: ໄຊຊະນະ