ທີ່ການເຮັດວຽກ, ສະຫາຍ ໂດ໋ວັນຈ໊ຽນ ເນັ້ນໜັກວ່າ ການຢ້ຽມຢາມຂອງຄະນະຜູ້ແທນພັກກອມມູນິດຫວຽດນາມ ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສ.ເຊັກ; ປັບປຸງ ແລະ ຊຸກຍູ້ສຍພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະບັນດາພັກການເມືອງຢູ່ ສ.ເຊັກ; ຢ້ຽມຢາມຖາມຂ່າວ ແລະກໍາແໜ້ນສະພາບການຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກ ແລະ ເອີລົບ; ປະຕິບັດວຽກງານຂົນຂວາຍຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ.

leftcenterrightdel
ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຮັດວຽກກັບການນໍາສະພາຕໍ່າ ສ.ເຊັກ. ພາບ: vov.vn

ສຳລັບບັນດາຄູ່ຮ່ວມມື ສ.ເຊັກ, ສະຫາຍ ໂດ໋ວັນຈ໊ຽນ ໄດ້ແບ່ງປັນຂໍ້ມູນຂ່າວສານກ່ຽວກັບຜົນງານທີ່ ຫວຽດນາມ ບັນລຸໄດ້ພາຍຫຼັງເກືອບ 40 ປີ ແຫ່ງການປ່ຽນແປງໃໝ່, ຜົນແຫ່ງການຟື້ນຟູເສດຖະກິດ - ສັງຄົມພາຍຫຼັງໂລກພະຍາດໂຄວິດ-19; ບັນດາເປົ້າໝາຍ, ແນວທາງ ແລະ ໝາກຜົນຂອງພື້ນຖານການທູດຫວຽດນາມທີ່ທັນສະໄໝ ໂດຍອີງໃສ່ 3 ເສົາຄ້ຳ (ການທູດພັກ, ການທູດລັດ ແລະ ການທູດປະຊາຊົນ).

ການນຳຂອງສະພາຕໍ່າ ແລະບັນດາພັກການເມືອງຂອງ ສ.ເຊັກ ໄດ້ຕີລາຄາສູງການຢ້ຽມຢາມ, ເຮັດວຽກຂອງຄະນະ. ຢືນຢັນວ່າ ສ.ເຊັກ ໃຫ້ບຸລິມະສິດແກ່ການພັດທະນາການພົວພັນກັບຫວຽດນາມ, ສອງປະເທດມີທ່າແຮງ ແມ່ນປະຫວັດແຫ່ງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເຊັກ ປະສົບຜົນສຳເລັດທີ່ສຸດ ແລະ ບັນດາຂົງເຂດທີ່ສາມາດໜູນຊ່ວຍ ເຊິ່ງກັນ ແລະກັນ, ຝ່າຍ ສ.ເຊັກເນັ້ນໜັກວ່າ ສອງປະເທດຕ້ອງໜູນໃຊ້ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ ເພື່ອນຳການພົວພັນລະຫວ່າງສອງປະເທດກ້າວຂຶ້ນສູ່ໄລຍະພັດທະນາໃໝ່, ເລິກເຊິ່ງ, ແທດຈິງ ແລະມີປະສິດທິຜົນ. ການນຳທ້ອງຖິ່ນບ່ອນທີ່ຄະນະມາຢ້ຽມຢາມ ໄດ້ແລກປ່ຽນບົດຮຽນໃນການພັດທະນາການທ່ອງທ່ຽວ, ໂຄສະນາວັດທະນະທຳ, ແລກປ່ຽນບັນດາມາດຕະການລະອຽດເພື່ອຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ ເພື່ອຜົນປະໂຫຍດຂອງວິສາຫະກິດ, ທ້ອງຖິ່ນ ແລະ ປະຊາຊົນສອງປະເທດ. 

leftcenterrightdel
ຄະນະຜູ້ແທນພັກກອມມູນິດຫວຽດນາມ  ເຮັດວຽກກັບການນໍາພັກກອມມູນິດ ເຊັກ - Morava. ພາບ: vov.vn

ທີ່ການພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສ ຢູ່ ສ.ເຊັກ ແລະ ເອີລົບ, ທ່ານ ໂດ໋ວັນຈ໊ຽນ ປາດຖະໜາວ່າ ພໍ່ແມ່ປະຊາຊົນສືບຕໍ່ເຊື່ອມໂຍງເຂົ້າກັບປະເທດປະຈໍາຖິ່ນເປັນຢ່າງດີ ແລະເສີມຂະຫຍາຍບົດບາດເປັນຂົວຕໍ່ທີ່ສຳຄັນ ແນໃສ່ຮັດແໜ້ນສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມລະຫວ່າງຫວຽດນາມ ແລະປະເທດອື່ນໆກວ່າອີກ.

ໂດຍ: ທູຈາງ