leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ໄດ້ຊົມເຊີຍທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະຜູ້ແທນລັດຖະບານລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ໃນບົດບາດເປັນຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສ້າງຄວາມສະດວກ ໃຫ້ຂົງເຂດການຄ້າ ແລະການຂົນສົ່ງຂອງລາວ; ເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ຈະປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ແລະປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານຫວຽດນາມ ທີ່ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ - ລາວ; ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະສືບຕໍ່ພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ເພີ່ມພູນຄູນສ້າງ ແລະ ຮັກສາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

* ກ່ອນໜ້ານັ້ນ, ທ່ານ ເຈີ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ມີການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ແລະ ຄະນະປະຕິບັດງານລະຫວ່າງກະຊວງ, ຂະແໜງການຂອງລັດຖະບານລາວ.

ທີ່ການພົບປະເຈລະຈາ, ຮອງນາຍົກລັດຖະມົນຕີສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນການຮ່ວມມືສຳຄັນທີ່ບັນລຸໄດ້ໃນໄລຍະຜ່ານມາ, ພິເສດແມ່ນເລື່ອງສອງປະເທດສົມທົບກັນ ຢ່າງແໜ້ນແຟ້ນເພີ່ມທະວີການແລກປ່ຽນຄະນະຜູ້ແທນ,  ການພົບປະຂັ້ນສູງ ແລະ ບັນດາກົນໄກຮ່ວມມືສອງຝ່າຍ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ແມ່ນເສົາຄ້ຳສຳຄັນໃນການພົວພັນຮ່ວມມື; ວົງເງິນການຄ້າສອງສົ້ນໃນ 5 ເດືອນຕົ້ນປີ 2024 ບັນລຸ 780 ລ້ານ USD, ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ສອງຝ່າຍເຫັນດີເປັນເອກະສັນນໍາກັນວ່າ, ໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນ, ຕ້ອງສືບຕໍ່ຍູ້ແຮງບັນດາເສົາຄ້ຳແຫ່ງການຮ່ວມມື; ຕັດສິນໃຈແກ້ໄຂຂໍ້ຕິດຂັດ, ສິ່ງກີດຂວາງ ແລະ ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຈຸດສຸມ; ບັນດາໂຄງການເຊື່ອມຕໍ່ການຄົມມະນາຄົມທາງບົກ, ທາງລົດໄຟ, ພ້ອມທັງສືບຕໍ່ເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືດ້ານການສຶກສາ - ບໍາລຸງກໍ່ສ້າງ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

ກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເຫັນດີເປັນເອກະພາບວ່າ ໃນສະພາບການໂລກ ແລະພາກພື້ນພວມມີການຜັນແປຢ່າງວ່ອງໄວ ແລະສັບສົນຄືປະຈຸບັນ, ສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ.

ໂດຍ: ທູຈາງ