ໃນໄລຍະທີ່ຢູ່ຝລັ່ງ, ຄະນະຜູ້ແທນໄດ້ໄປວາງພວງມາລາຢູ່ອະນຸສາວະລີປະທານ ໂຮ່ຈີມິນ ແລະຢ້ຽມຢາມຫໍພິພິທະພັນປະຫວັດສາດຢູ່ສວນສາທາລະນະ Montreau, ນະຄອນ Montreuil; ໄດ້ມີການພົບປະ ແລະເຮັດວຽກກັບທ່ານ Taylan Coskun ກຳມະການກົມການເມືອງຂອງພັກກອມມູນິດ ຝລັ່ງ (PCF), ກັບທ່ານ Vincent Boulet ຫົວໜ້າຄະນະພົວພັນຕ່າງປະເທດ PCF; ກັບທ່ານ Thierry Beaudet ປະທານສະພາເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມ (CESE) ແລະບັນດາການນຳສະມາຄົມມິດຕະພາບຝລັ່ງ - ຫວຽດນາມ (AAFV)...

leftcenterrightdel
ສະຫາຍ ໂດວັນຈ໊ຽນ ນໍາໜ້າຄະນະຜູ້ແທນພັກກອມມູນິດຫວຽດນາມ ເຮັດວຽກກັບການນໍາສະພາເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມຝລັ່ງ. ພາບ: nhandan.vn

ທີ່ການພົບປະ, ສະຫາຍ ໂດວັນຈ໊ຽນ ເນັ້ນໜັກວ່າ: ການຢ້ຽມຢາມ ເພື່ອແນໃສ່ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຝລັ່ງ ກວ່າອີກ, ປັບປຸງ ແລະຊຸກຍູ້ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງຢູ່ຝລັ່ງ, ການພົວພັນລະຫວ່າງແນວໂຮມປະເທດຊາດຫວຽດນາມ ກັບ CESE, ຍູ້ແຮງການເຄື່ອນໄຫວທາງການທູດປະຊາຊົນ ແລະວຽກງານຂົນຂວາຍຊາວຫວຽດນາມ ຢູ່ຕ່າງປະເທດ.

ບັນດາຄູ່ຮ່ວມມືຝລັ່ງ ໄດ້ຊົມເຊີຍ ແລະຕີລາຄາສູງການຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນ; ໂດຍຢືນຢັນວ່າ ການຢ້ຽມຢາມໄດ້ປະກອບສ່ວນປັບປຸງ ແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະຝລັ່ງ ເລິກເຊິ່ງກວ່າອີກພາຍຫຼັງ 50 ປີແຫ່ງການສ້າງສາຍພົວພັນທາງການທູດ ແລະ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ. ບັນດາຄູ່ຮ່ວມມື ຝລັ່ງ ໄດ້ສະແດງຄວາມປະທັບໃຈ ແລະນິຍົມນັບຖືຕໍ່ບັນດາຜົນງານຂອງຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ ກໍ່ຄືໃນການເປີດກວ້າງ ແລະເຮັດໃຫ້ການພົວພັນຕ່າງປະເທດເລິກເຊິ່ງກວ່າອີກ; ຢືນຢັນວ່າ ສອງປະເທດຍັງມີທ່າແຮງບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາການພົວພັນຢ່າງເລິກເຊິ່ງກວ້າງຂວາງ ແລະແທດຈິງກວ່າອີກ; ເຄົາລົບກົດໝາຍສາກົນ, ແກ້ໄຂການຂັດແຍ່ງໂດຍສັນຕິວິທີ; ຮັບຮູ້ເຖິງການປະກອບສ່ວນຢ່າງຕັ້ງຂອງປະຊາຄົມຊາວຫວຽດນາມ ຢູ່ ຝລັ່ງ ເພື່ອຄວາມວັດທະນາຖາວອນຂອງ ຝລັ່ງ ກໍ່ຄືການພົວພັນ ຝລັ່ງ - ຫວຽດນາມ.

ສອງຝ່າຍໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບກ່ຽວກັບບາງມາດຕະການ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຊ່ອງທາງພັກ ແລະການທູດປະຊາຊົນ, ພິເສດແມ່ນການຮ່ວມມືລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ CESE.

ໂດຍ: ທະນາພອນ