ທີ່ການເຮັດວຽກ, ຕາງໜ້າຄະນະພັກກະຊວງການຕ່າງປະເທດໄດ້ລາຍງານກ່ຽວກັບສະພາບການ ແລະໝາກຜົນການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ, ໃນນັ້ນໄດ້ສຸມໃສ່ຕີລາຄາສະພາບການ ແລະສະຖານະການ, ໝາກຜົນທີ່ພົ້ນເດັ່ນ, ຂໍ້ຈຳກັດ, ຂໍ້ຄົງຄ້າງ, ສາເຫດ ແລະບົດຮຽນທີ່ຖອດຖອນໄດ້, ຈາກນັ້ນສະເໜີບາງເນື້ອໃນ, ຂໍ້ສະເໜີເພີ່ມເຕີມ ແລະແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກທີ່ໃກ້ຈະມາເຖິງນີ້.

leftcenterrightdel
ທ່ານ ຟານດິ່ງຈາກ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ກະຊວງການຕ່າງປະເທດ

ພາຍຫຼັງຮັບຟັງການລາຍງານ ແລະປະກອບຄຳເຫັນ, ທ່ານ ຟານດິ່ງຈາກ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ຄວາມມານະພະຍາຍາມ, ບຸກບືນ, ໝາກຜົນທີ່ຄະນະພັກກະຊວງການຕ່າງປະເທດບັນລຸໄດ້ໃນການຊີ້ນຳ ແລະນໍາພາປະຕິບັດວຽກງານການຕ່າງປະເທດ. ເຖິງວ່າເງື່ອນໄຂ ແລະສະພາບການທີ່ຫຍຸ້ງຍາກ ແລະສິ່ງທ້າທາຍທີ່ຮ້າຍແຮງກໍ່ຕາມ, ແຕ່ການເຄື່ອນໄຫວການຕ່າງປະເທດຍັງໄດ້ຮັບການຜັນຂະຫຍາຍຢ່າງກົງໄປກົງມາ, ຮອບດ້ານ, ຄ່ອງແຄ້ວ ແລະມີຫົວຄິດປະດິດສ້າງ, ບັນລຸໄດ້ບັນດາຜົນງານທີ່ສຳຄັນ ແລະມີຄວາມໝາຍປະຫວັດສາດ, ຍຸດທະສາດ, ຍາວນານ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ການປົກປັກຮັກສາເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ປົກປັກຮັກສາລະບອບສັງຄົມນິຍົມ, ດຶງດູດແຫຼ່ງກຳລັງ ແລະເງື່ອນໄຂສະດວກຈາກພາຍນອກເພື່ອຮັບໃຊ້ການພັດທະນາປະເທດຊາດ, ຍົກສູງບົດບາດ, ອິດທິພົນ ແລະທີ່ຕັ້ງຂອງປະເທດ.

ຄະນະປະຕິບັດງານບັນທຶກ ແລະສັງລວມຂໍ້ສະເໜີຂອງກະຊວງການຕ່າງປະເທດເພື່ອລາຍງານຕໍ່ຄະນະອະນຸກຳມະການເນື້ອໃນຂອງກອງປະຊຸມໃຫຍ່ ຄັ້ງທີ 14 ຂອງພັກ.

ໂດຍ: ໄຊນີດາ