leftcenterrightdel
ທ່ານປະທານປະເທດຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ. ພາບ: vov.vn

ຕອນບ່າຍວັນທີ 3 ກໍລະກົດ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ໂຕເລິມ ໄດ້ສະແດງຄວາມຊົມເຊີຍທ່ານ Ito Naoki ໄດ້ຮັບການແຕ່ງຕັ້ງຈາກລັດຖະບານຍີ່ປຸ່ນ ໃຫ້ດຳລົງຕຳແໜ່ງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ. ທ່ານ ຕີລາຄາວ່າ ສອງປະເທດມີຈຸດທີ່ຄ້າຍຄືກັນຫຼາຍຢ່າງກ່ຽວກັບວັດທະນະທຳ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໜູນຊ່ວຍເຊິ່ງກັນແລະກັນ, ພ້ອມກັນພັດທະນາ, ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກພ້ອມກັບຍີ່ປຸ່ນ ຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ໄດ້ຍົກລະດັບ.

ສ່ວນທ່ານເອກອັກຄະລັດຖະທູດ Ito Naoki ໄດ້ສະແດງຄວາມປິຕິຊົມຊືນດີໃຈເມື່ອໄດ້ເລີ່ມປະຕິບັດໜ້າທີ່ຢູ່ຫວຽດນາມ, ທ່ານ ເນັ້ນໜັກວ່າ ໜ້າທີ່ສຳຄັນທີ່ສຸດໃນເວລາປະຕິບັດໜ້າທີ່ຢູ່ຫວຽດນາມ ແມ່ນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງກວ່າອີກ ມຸ່ງໄປເຖິງໄລຍະ 50 ປີຕໍ່ໄປດ້ວຍຈຸດສຸມແມ່ນການຮ່ວມມືດ້ານເສດຖະກິດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພົບປະແລກປ່ຽນວັດທະນະທຳ, ການຮ່ວມມືທ້ອງຖິ່ນ ແລະການທ່ອງທ່ຽວ.

ໂດຍ: ກວ໊ຽດເຕິມ